ລາດເວຍດຳເນີນການ ເລືອກຕັ້ງທົ່ວປະເທດ


ລາດເວຍດຳເນີນການ ເລືອກຕັ້ງທົ່ວປະເທດ - ảnh 1

(ພາບ: http://thegioi.baotintuc.vn )

 (vovworld)- ​ ວັນ​ທີ 4/10, ປຊຊ ​ລາດ​ເວ​ຍ​ ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ ລວມ 100 ທ່ານ. ບັນດາ​ສະຖານ​ທີ່​ປ່ອນ​ບັດເລືອກ​ຕັ້ງ​ໄດ້​ເປີດ​ປະຕູ​ນັບ​ແຕ່​ເວລາ 11 ​ໂມງ​ ​ແລະ ອັດ​ປະຕູ​ໃນ​ເວລາ 24 ​ໂມງຕາມ​ເວລາ​ຫວຽດນາມ. ມີ​ທັງໝົດ 13 ພັກ​ການ​ເມືອງ ​ແລະ ກຸ່ມ​ເລືອກ​ຕັ້ງ​ໄດ້​ເຂົ້າຮ່ວມການ​ເລືອກຕັ້ງທົ່ວ​ປະ​ເທດ​ຄັ້ງນີ້, ​ໃນ​ນັ້ນ​ເຄັ່ງ​ຕຶງ​ກ່ວາ​ໝູ່​ແມ່ນ​ການ​ຊ່ວງ​ເສັງ​ລະຫວ່າງ​ສຳພັນ​ທະ​ມິດ​ກາງ​ຂວາ​ຕາມ​ແນວທາງ​ແຂງ​ກະດ້າງ ກັບ​ພັກ​ຝ່າຍ​ຄ້ານ Harmony.

  ໝາກຜົນ​ການ​ສຳ​ຫຼວດ​ໃຫ້​ເຫັນ​ວ່າ, ພັກ Harmony ພວມ​ມີ​ທ່າ​ໄດ້​ປຽບ, ພັກ​ນີ້​ເຄີຍ​ຍາດ​ໄດ້ບັດ​ສະໜັບສະໜູນຫຼາຍ​ກ່ວາ​ໝູ່​ໃນ​ການ​ເລືອກ​ຕັ້ງ​ເມື່ອປີ 2011 ​ແຕ່​ຍ້ອນ​ບໍ່​ສ້າງຕັ້ງສຳພັນ​ທະ​ມິດ​ກວມ​ອັດຕາ​ສ່ວນຫຼາຍ​ໃນ​ສະພາ​ແຫ່ງ​ຊາດ​ໄດ້, ລັດຖະ ບານ​ລາດ​ເວ​ຍ ພັດ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນດ້ວຍ​ສຳພັນ​ທະ​ມິດ​ລວມ 3 ພັກ​ກາງ​ຂວາ./.

ຂ່າວ/ບົດ​ອື່ນ