ລາວຈັດຕັ້ງປີແຫ່ງຄວາມສາມັກຄີມິດຕະພາບລາວ - ຫວຽດນາມ 2012
ທ່ານປະທານປະເທດ Truong Tan Sang ປູກຕົ້ນໄມ້ເປີດສາກປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ
(ພາບ: vietnamplus.vn)
(vovworld) – ດ້ວຍຫົວຂໍ້ວ່າ “ຕັ້ງໜ້າສະເຫຼີມສະຫຼອງປີແຫ່ງຄວາມສາມັກຄີມິດຕະພາບ ລາວ - ຫວຽດນາມ 2012 ຢ່າງຟົດຟື້ນໃນທົ່ວປະເທດ”, ໜັງສືພິມປະຊາຊົນ, ສຽງຂອງພັກປະຊາຊົນປະຕິວັດລາວ ສະບັບອອກວັນທີ 28/3 ໄດ້ມີບົດນຳຊີ້ແຈງວ່າ: ປີ 2012 ແມ່ນປີສະເຫຼີມສະຫຼອງທີ່ມີຄວາມສຳຄັນຍິ່ງໃນການພົວພັນລະຫວ່າງ ລາວ - ຫວຽດນາມ. ປີ 2012 ສະເຫຼີມສະຫຼອງ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຫວຽດນາມ - ລາວ (18/7/1977 – 18/7/2012) ແລະ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລາວ - ຫວຽດນາມ (5/9/1962 – 5/9/2012). ລາວໄດ້ສ້າງຕັ້ງຄະນະກຳມະການແຫ່ງຊາດ ເພື່ອຊີ້ນຳການປະຕິບັດການເຄື່ອນໄຫວສະເຫຼີມສະຫຼອງ 2 ເຫດການປະຫວັດສາດດັ່ງກ່າວດ້ວຍຫຼາຍຮູບການ ແລະ ເນື້ອໃນອຸດົມສົມບຸນ, ຟົດຟື້ນໃນປີ 2012 ໃນຂອບເຂດທົ່ວປະເທດ. ບັນດາການເຄື່ອນໄຫວສະເຫຼີມສະຫຼອງລວມມີການໂຄສະນາເຜິຍແຜ່, ການສຳມະນາ, ງານພົບປະແລກປ່ຽນກ່ຽວກັບມູນເຊື້ອຂອງສາຍພົວພັນລາວ - ຫວຽດນາມ, ກໍຄືຄວາມໝາຍຂອງ 2 ເຫດການປະຫວັດສາດທີ່ມີຄວາມສຳຄັນຍິ່ງດັ່ງກ່າວ, ຈັດຕັ້ງງານວາງສະແດງ, ການແລກປ່ຽນວັດທະນະທຳ - ສິລະປະ - ກິລາ, ຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອສົ່ງເສີມການຮ່ວມມືເສດຖະກິດລະຫວ່າງ 2 ປະເທດ, ຈັດຕັ້ງການຍ້ອງຍໍຊົມເຊີຍ ແລະ ການເຄື່ອນໄຫວຕ່າງໆເພື່ອສະແດງຄວາມຮູ້ບຸນຄຸນ...