ພິທີແຫ່ຂະບວນ, ສວນສະໜາມໄດ້ເລີ່ມດຳເນີນດ້ວຍການກວດກອງກຳລັງຂອງການນຳກະຊວງປ້ອງກັນປະເທດລາວ |
(vovworld)- ຕອນເຊົ້າວັນທີ 2/12, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີແຫ່ຂະບວນ, ສວນສະໜາມຢ່າງສົມກຽດເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນຊາດປະເທດ ສ.ປ.ປ. ລາວ (2/12/1975-2/12/2015) ຊຶ່ງມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍຕູ້, ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ. ຄະນະຜູ້ແທນຫວຽດນາມໂດຍທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງນຳໜ້າກໍໄດ້ເຂົ້າຮ່ວມ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ ໄດ້ທົບທວນຄືນບັນດາຫຼັກໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມແຫ່ງປະຫວັດສາດຂອງຊາດລາວ ແລະ ຢືນຢັນວ່າ ການປະກາດເອກະລາດ, ສະຖາປະນາປະເທດ ສ.ປ.ປ. ລາວ ແມ່ນໝາກຜົນສູງສຸດຂອງການປະຕິວັດຊາດ, ປະຊາທິປະໄຕຊຶ່ງໄດ້ດຳເນີນໃນຫຼາຍທົດສະວັດຂອງປະຊາຊົນລາວບັນດາເຜົ່າໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ.