ລາວສ້າງສິ່ງແວດລ້ອມຂຽວ ມຸ້ງໄປເຖິງ ASEM 9

ລາວສ້າງສິ່ງແວດລ້ອມຂຽວ ມຸ້ງໄປເຖິງ ASEM 9 - ảnh 1
ປະເທດລາວ ທີ່ສວຍງາມ

(vovworld) – ​​​ວັນ​ທີ 10/7, ລາວ​ໄດ້​ເລີ່​ມຜັນ​ຂະຫຍາຍ​ບັ້ນ​ຂົນຂວາຍ​ທົ່ວ​ປວງ​ຊົນ​ສ້າງ​ສິ່ງ​ແວ​ດລ້ອມ​ປອດ​ຄວັນ​ຢາສູບ ມຸ້ງ​ໄປ​ເຖິງ​ກອງ​ປະຊຸມ ອາຊີ - ​ເອີ​ລົບ ຄັ້ງ​ທີ 9 (ຫຼື ASEM 9). ຕາມ​ນັ້ນ​ແລ​້ວ, ວຽກ​ງານ​ໂຄສະນາ​ເຜິ​ຍ​ແຜ່​ໂດຍ​​ກະຊວງ​ຖະ​ແຫຼ​ງຂ່າ​ວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວລາວ ສົມທົບ​ກັບ​ກະຊວງ​ສາທາລະນະ​ສຸກ ​ແລະ ອົງການ​ອະນາ​ໄມ​ໂລກ (ຫຼື WHO) ​ປຸກ​ລະດົມ. ບັນດາປ້າຍ​ຄຳ​ຂວັນ ​ໂຄສະນາ ກ່ຽວ​ກັບ​ການ​ຫ້າມ​ສູບຢາ ​ແລະ ສູບຢາ​ຈະ​​ເປັນ​ໄພ​ອັນຕະລາຍ​ຕໍ່ທຸກໆ​ຄົນ ຖືກ​ເຜີ​ຍ​ແຜ່​ຢູ່​ສະຖານ​ທີ່​ສາທາລະນະ, ບັນດາ​ໂຮງ​ແຮມ, ​ເຮືອນ​ພັກ ​ແລະ ບັນດາ​ວິ​ສາ​ຫະກິດ​ທ່ອງທ່ຽວ. ກະຊວງ​ສາທາລະນະ​ສຸກລາວ ​ໃຫ້​ຮູ້​ວ່າ: ບັ້ນ​ຂົນຂວາ​ຍນີ້ ​ເພື່ອ​ແນ​ໃສ່​ເຜີ​ຍ​ແຜ່​ເຖິງ​ປະຊາຊົນ​ທຸກ​ຄົນ ​ແລະ ​ແຂກ​ທ່ອງ​ທ່ຽວ ຄວນ​ສ້າງ​ສິ່ງ​ແວດລ້ອມ​ປອດ​ຄວັນ​ຢາສູບ ຕ້ອນຮັບ ASEM 9, ​ເຊິ່ງຈະ​ຈັດ​ຂຶ້ນ​ຢູ່​ລາວ​ໃນ​ທ້າຍ​ປີ​ນີ້.

ລາວ​ມີ​ກົດໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ ທີ່​ມີ​ຜົນ​ສັກສິດ​ແຕ່​ປີ 2009, ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ຍັງ​ມີຈຳນວນຜູ້​ສູບຢາກວມ 60%ສ່ວນ​ຫຼາຍແມ່ນ​ອາ​ໄສ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​.

ຂ່າວ/ບົດ​ອື່ນ