ລາວແລະມຽນມາເພີ່ມທະວີການຮ່ວມມື

ລາວແລະມຽນມາເພີ່ມທະວີການຮ່ວມມື - ảnh 1
​ການ​ເຈ​ລະ​ຈ​າລະ​ຫ​ວ່າງ 2 ຝ່າຍ
(ພາບ: THX/TTXVN)

(vovworld) - ​ວັນ​ທີ 06/05, ທ່ານ​ປະ​ທາ​ນາ​ທິບ​ໍ​ດີ​ມຽນ​ມາ ອູ​ຕິນ​ຈໍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ລາ​ວ,  ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວ​ໍ​ລະ​ຈິດ. ນີ້​ແມ່ນ​ການ​ໄປ​ປະ​ຕິ​ບັດ​ງານ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ຂ​ອງ​ທ່ານປະ​ທາ​ນາ​ທິບ​ໍ​ດີ​ ອູ​ຕິນ​ຈໍ, ນັບ​ແຕ່​ເມື່ອ​ລັດ​ຖະ​ບານ​ໃໝ່​ຢູ່​ມຽນ​ມາ ຮັບ​ດຳ​ລົງ​ຕ​ຳ​ແໜ່ງ​ໃນ​ວັນ​ທີ 01/04 ຜ່ານ​ມາ. ທີ່​ການ​ເຈ​ລະ​ຈ​າ, 2 ຝ່າຍ​ໄດ້​ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ໂລກ ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຕາມນັ້ນ​ແລ້ວ, 2 ຝ່າຍເພິ​ງ​ພໍ​ໃຈຜັນຂະຫຍາຍ​ຂໍ້ຕົກລົງຂອງຄະນະກຳມາທິການຮ່ວມມື ລາວ-ມຽນມາ ຄັ້ງທີ 11 ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​, ພ້ອມ​ທັງ​ເຫັນ​ດີ​ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງເຂດການຄ້າ, ການລົງທືນ, ການສຶກສາ, ​ການທ່ອງ​ທ່ຽວ ເລິກ​ເຊິ່ງກວ່າ​ເກົ່າ. 2 ຝ່າຍກໍ່​ປຶກ​ສ​າ​ຫາ​ລື​ກ່ຽວ​ກັບ​ເລື່ອງ​ເປີດ​ສາຍ​ການ​ບິນ​ໂດຍ​ອົງ​ຈາກ ວຽງ​ຈັນ - Yangon ແລະ ຫຼວງ​ພະ​ບາງ - Bangan.

        ໃນ​ໂອ​ກາດນີ້ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ ກໍ​ໄດ້​ມີ​ການ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອູ​ຕິນ​ຈໍ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ມຽນ​ມາ.

ຂ່າວ/ບົດ​ອື່ນ