ລາວ, ໄທ ເປີດຊົ່ວຄາວດ່ານຊາຍແດນຄືນໃໝ່ ເພື່ອຊຸກຍູ້ເສດຖະກິດ

(VOVWORLD) - ລັດຖະບານ ລາວ ພວມເປີດຊົ່ວຄາວດ່ານຊາຍແດນທ້ອງຖິ່ນບາງແຫ່ງຄືນໃໝ່ ແນໃສ່ຟື້ນຟູເສດຖະກິດ ແລະ ຫລຸດຜ່ອນບັນດາຜົນກະທົບຈາກໂລກລະບາດໂຄວິດ-19 ລົງ. 
ລາວ, ໄທ ເປີດຊົ່ວຄາວດ່ານຊາຍແດນຄືນໃໝ່ ເພື່ອຊຸກຍູ້ເສດຖະກິດ - ảnh 1ດ່ານຊາຍແດນລະຫວ່າງ ລາວ ແລະ ຫວຽດນາມ (ພາບ: Bestpricetravel)

  ຕາມໜັງສືພິມ Vientiane Times, ສະບັບອອກວັນທີ 26 ຕຸລາ, ເລື່ອງຍົກເລີກບາງການຈຳກັດ ຈະຊ່ວຍປັບປຸງການແລກປ່ຽນຄ້າຂາຍຜ່ານຊາຍແດນລະຫວ່າງ 4 ທ້ອງຖິ່ນຂອງ ລາວ ກັບບັນດາປະເທດບ້ານໃກ້ເຮືອນຄຽງ. ບັນດາດ່ານຊາຍແດນໄດ້ເລີ່ມເປີດບໍລິການ ຂຶ້ນກັບແຂວງ ຄຳມ່ວນ, ວຽງຈັນ, ບໍລິຄຳໄຊ ແລະ ຫລວງພະບາງຄືນໃໝ່.

        ແລະກໍ່ໃນວັນດຽວກັນ, ອຳນາດການປົກຄອງແຂວງ Tak ຢູ່ເຂດຊາຍແດນພາກເໜືອຂອງ ໄທ ກໍ່ປະກາດວ່າ ເລີ່ມແຕ່ວັນທີ 27 ຕຸລາ ຈະຟື້ນຟູການເຄື່ອນໄຫວຂົນສົ່ງສິນຄ້າຜ່ານຂົວມິດຕະພາບໄທ - ມຽນມາ ເຊື່ອມຕໍ່ລະຫວ່າງ 2 ປະເທດຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ