ວິກິດການອົບພະຍົບເອີລົບ-ຫົວຂໍ້ຕົ້ນຕໍ່ໃນກອງປະຊຸມສປຊ

ວິກິດການອົບພະຍົບເອີລົບ-ຫົວຂໍ້ຕົ້ນຕໍ່ໃນກອງປະຊຸມສປຊ - ảnh 1
(ພາບປະກອບ: reuters)

(vovworld) – ວິ​ກິດ​ການ​ອົບ​ພະຍົບ​ເອີ​ລົບ ​ໄດ້​ກາຍ​ເປັນ​​ເນື້ອ​ໃນ​ຕົ້ນ​ຕໍ່​ທີ່​ກອງ​ປະຊຸມ​ຂອງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ເຊິ່ງດຳ​ເນີນ​ໄປ​ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ ​ໃນ​ວັນ​ທີ 21/09. ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ ​ໄດ້​ອອກສຽງຮຽກຮ້ອງ ຕ້ອງ​ຢຸດ​ຕິ​ກາ​ນປະ​ທະ​ກັນ​ຢູ່​ຊີຣີ ​ແລະ ຖື​ນີ້​ແມ່ນ​ມາດ​ຕະການ​ແກ້​ໄຂ​ດີ​ທີ່​ສຸດ ​ເພື່ອ​ຊ່ວຍ​ສະກັດ​ກັ້ນ​ຊາວ​ອົບ​ພະຍົບຈາກ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້ ​ໄປ​ເອີ​ລົບ. ພາຍຫຼັງ​ຮັບ​ບົດ​ລາຍງານ​​ໃໝ່​ສຸດ​ຈາກ​ບັນດາ​ນັກ​ສຶບສວນ​ສະຫະ​ປະ​ຊາ​ຊາດ​ເປັນ​ທາງ​ການ ກ່ຽວ​ກັບ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ພວມ​ແຜ່​ລາມ​​ອອກ​ຢ່າງ​ກວ້າງ​ຂວາງ​ໃນ​ເສິກ​ກາງ​ເມືອງ​ທີ່​ແກ່ຍາວ​ເປັນ​ເວລທີ 4 ປີຜ່ານມາ​ຢູ່​ຊີຣີ, ບັນດາ​ຄະນະ​ຜູ້​ແທນ​ເອີ​ລົບ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລ້ວນ​ແຕ່​ເນັ້ນ​ໜັກ​ວ່າ, ​ຢຸດຕິ​ການ​ປະ​ທະ​ກັນ​ແມ່ນ​ມາດ​ຕະການ​ແກ້​ໄຂ​ບັນຫາ​ວິ​ກິດ​ກາ​ນອົບ​ພະຍົບ​ໃນ​ປະຈຸ​ບັນ. ຕີ​ລາຄາ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ, ຜູ້ຕາງ​ໜ້າ​ສະຫະ​ປະຊາ​ຊາດ ຖື​ວ່າ, ສະພາບ​ການ​ພຽງ​ໄດ້​ຮັບ​ການ​ປັບປຸງ ​ເມື່ອ​ປະຊາ​ຄົມ​ສາກົນ​ແບ່ງປັນ​ຄວາມຮັບ​ຜິ​ດຊອບ ​ເພື່ອ​ຕອບ​ສະໜອງຄວາມ​ຕ້ອງການ​​ມະນຸດ​ສະທຳ ຍ້ອນ​ວິ​ກິດ​ການ​ຢູ່​ຊີຣີ.

ຂ່າວ/ບົດ​ອື່ນ