ວົງການນັກຊ່ຽວຊານກ່າວເຕືອນ“Brexit“ຈະບັງຄັບອັງກິດຕ້ອງແກ່ຍາວນະໂຍບາຍຮັດເຂັມຄັດ
(ພາບປະກອບ: reuters)
(vovworld) - ສະຖາບັນຄົ້ນຄ້ວາດ້ານການເງິນ (IFS) ຫາກໍ່ອອກສຽງກ່າວເຕືອນເລື່ອງ ອັງກິດອອກຈາກສະຫະພາບເອີລົບ (ອີຢູ), ຫຼືເອີ້ນວ່າ “Brexit“ ຈະບັງຄັບໃຫ້ປະເທດນີ້ຕ້ອງແກ່ຍາວນະໂຍບາຍ “ຮັດເຂັມຄັດ“ ຕື່ມອີກ 2 ປີເມື່ອທຽບໃສ່ແຜນການທີ່ໄດ້ວາງອອກ, ເພື່ອບັນລຸຄາດໝາຍເຫຼືອງົບປະມານ. ຂໍ້ສັງເກດດັ່ງກ່າວຖືກ IFS ຍົກອອກມາ ໃນຂະນະທີ່ການໂຕ້ຖຽງກັນກ່ຽວກັບເລື່ອງ ອັງກິດຈະອອກຈາກ ອີຢູຫຼືບໍນັບມື້ນັບຂ້ຽວຂາດຢູ່ ອັງກິດ, ກ່ອນທີ່ປະເທດນີ້ດຳເນີນການລົງປະຊາມະຕິໃນວັນທີ 23/6. ທ່ານ Carl Emmerson, ຜູ້ອຳນວຍການ IFS, ເນັ້ນໜັກວ່າ, ເຖິງວ່າບໍ່ທັນຄິດໄລ່ຊັ່ງຊາຢ່າງລະອຽດກ່ຽວກັບຜົນຢ້ອນຫຼັງຂອງເລື່ອງອອກຈາກ ອີຢູ ສຳລັບພື້ນຖານເສດຖະກິດ ແລະ ພື້ນຖານການເງິນສາທາລະນະຂອງ ອັງກິດກໍ່ຕາມ, ແຕ່ສິ່ງທີ່ແນ່ນອນນັ້ນແມ່ນ, ຖ້າອອກຈາກ ອີຢູ, ປະເທດ ອັງກິດຈະຕ້ອງປະສົບກັບຄວາມເສຍຫາຍຫຼາຍກວ່າ ເມື່ອທຽບໃສ່ທຸກສິ່ງທຸກຢ່າງເຊິ່ງພື້ນຖານດ້ານການເງິນສາທາລະນະຮັບມາໄດ້ຈາກເລື່ອງບໍ່ຕ້ອງປະກອບສ່ວນເຂົ້າງົບປະມານຂອງ ອີຢູ.