ວົງ​ການ​ເຈົ້າ​ທີ່ ອ​າ​ເມ​ລິ​ກາ, ຈີນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ການ​ຄ້າ​ໄລ​ຍະ 1

(VOVWORLD) -ວົງການເຈົ້າໜ້າທີ່ ອາເມລິກາ ແລະ ຈີນ ໄດ້ມີການພົບປະໂອ້ລົມຜ່ານທາງອອນລາຍ ໃນວັນທີ 24 ສິງຫາ ດ້ວຍການເຂົ້າຮ່ວມຂອງ ຜູ້ຕາງໜ້າຫ້ອງການການຄ້າ ອາເມລິກາ Lighthizer, ທ່ານລັດຖະມົນຕີກະຊວງການເງິນ Steven Mnuchin ແລະ ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ.

ວົງ​ການ​ເຈົ້າ​ທີ່ ອ​າ​ເມ​ລິ​ກາ, ຈີນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ການ​ຄ້າ​ໄລ​ຍະ 1 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໃນພິທີລົງນາມໃນຂໍ້ຕົກລົງການຄ້າ ລະຫວ່າງ ອາເມລິກາ ແລະ ຈີນ ໃນວັນທີ 15/01/2020 (ພາບປະກອບ: AFP) 


ການພົບປະດັ່ງກ່າວ ແມ່ນເພື່ອແນໃສ່ກວດກາຄືນການປະຕິບັດຂໍ້ຕົກລົງທີ່ໄດ້ລົງນາມເມື່ອເດືອນມັງກອນຜ່ານ. ສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບບັນດາຂັ້ນຕອນ  ເຊິ່ງ ຈີນ ໄດ້ປະຕິບັດມາ ເພື່ອແນໃສ່ປົກປ້ອງຊັບສິນທາງປັນຍາຂອງ ອາເມລິກາ ແລະ ການສ້າງຕະຫຼາດການບໍລິການດ້ານການເງິນເປັນເສລີ.

        ແຈ້ງການຂອງຫ້ອງການຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໃຫ້ຮູ້ວ່າ ສອງຝ່າຍບັນລຸໄດ້ຄວາມຄືບໜ້າ ແລະ ໃຫ້ຄຳໝັ້ນສັນຍາດຳເນີນບັນດາບາດກ້າວເດີນທີ່ຈຳເປັນ ເພື່ອຮັບປະກັນຜົນສຳເລັດຂອງຂໍ້ຕົກລົງ.

        ໃນຂະນະນັ້ນ, ແຈ້ງການຈາກຝ່າຍ ຈີນ ກໍ່ໃຫ້ຮູ້ວ່າ ສອງຝ່າຍໄດ້ມີການເຈລະຈາຢ່າງມີລັກສະນະສ້າງສັນ ກ່ຽວກັບການປັບປຸງສົມທົບບັນດານະໂຍບາຍມະຫາພາກ ແລະ ປະຕິບັດຂໍ້ຕົກລົງດ້ານການຄ້າໄລຍະໜຶ່ງ.

ນັກຂ່າວ VOV ປະຈຳ ອາເມເລິກາ.

 


ຕອບກັບ

ຂ່າວ/ບົດ​ອື່ນ