ວົງການເຈົ້າໜ້າທີ່ການທະຫານລັດເຊຍ,ອາເມລິກາປຶກສາຫາລືກ່ຽວກັບຂໍ້ຕົກລົງຢຸດຍິງຢູ່ຊີຣີ

ວົງການເຈົ້າໜ້າທີ່ການທະຫານລັດເຊຍ,ອາເມລິກາປຶກສາຫາລືກ່ຽວກັບຂໍ້ຕົກລົງຢຸດຍິງຢູ່ຊີຣີ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) –​ ວັນ​ທີ 19/02, ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ເຊຍ ແລະ ອາ​ເມ​ລິ​ກາ ໄດ້​ຈັດ​ກອງ​ປະ​ຊຸມ​ຢູ່​ເຊ​ີ​ແນວ, ປະ​ເທດ​ສະ​ວິດ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ທີ່​ຖືກ​ໂຈະ​ໄວ້​ຢູ່​ຊີ​ຣີ, ການ​ພົບ​ປະ​ລະ​ຫວ່າງ​ບັນ​ດາ​ເຈົ້າ​ໜ້າ​ທີ່​​ການທະ​ຫານ ແລະ ການ​ທູດນີ້ ແມ່ນ​ເພື່ອ​ແນ​ໃສ່​ເປີດ​ຊ່ອງ​ທາງ​ໃຫ້​ກອງ​ປະ​ຊຸມ​ທີ່ກວ້າງ​ໃຫຍ່ກວ່າ​ຂອງ​ບັນ​ດາ​ປະ​ເທດ​ຂຶ້ນ​ກັບ “ກຸ່ມ​ສາ​ກົນ​ສະ​ໜັບ​ສະ​ໜູນ​ຊີ​ຣີ”. ໂຄ​ສົກ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດລັດ​ເຊຍ ທ່ານ​ນາງ Maria Zakharova ຊີ້​ແຈ້ງວ່າ, ລັດ​ເຊຍ ແລະ ອາ​ເມ​ລິ​ກາ ພວມ​ຈັດ​ຕັ້ງ​ບັນ​ດາ​ກາ​ນ​ທາບ​ທາມ​ຄວາມ​ເຫັນ​ຂັ້ນ​ນັກ​ວິ​ຊາ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຈະ​​ຕ້ອງໄດ້​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ຂອງ “ກຸ່ມ​ສາ​ກົນ​ສະ​ໜັບ​ສະ​ໜູນ​ຊີ​ຣີ”. ຕາມ​ທ່ານ​ນາງ​ແລ້ວ, ຍັງ​ບໍ່​ທັນ​ກຳ​ນົດ​ຈຸດ​ເວ​ລາ​ເພື່ອ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ເປີດກວ້າງນີ້. ໃນ​ຂະ​ນະ​ນັ້ນ, ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຊີ​ຣີ ຍອມ​ຮັບ​ວ່າ, ຈຸດ​ເວ​ລາ​ເພື່ອ​ເລີ່ມ​ເຄື່ອນ​ໄຫວ​ບັນ​ດາ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຢູ່​ຊີ​ຣີ ໃນ​ວັນ​ທີ 25/02 ຈະ​ມາ​ເຖິງ​ແມ່ນບໍ່​ສາ​ມາດ​ເປັນ​ໄປ​ໄດ້.

ຂ່າວ/ບົດ​ອື່ນ