ວົງເງິນການຄ້າ 2 ສົ້ນຫວຽດນາມ - ອັງກິດ ສືບຕໍ່ເພີ່ມຂຶ້ນສູງ

ວົງເງິນການຄ້າ 2 ສົ້ນຫວຽດນາມ - ອັງກິດ ສືບຕໍ່ເພີ່ມຂຶ້ນສູງ - ảnh 1
(ພາບປະກອບ)

(vovworld) - ​ໃນ 8 ​ເດືອນ​ຕົ້ນ​ປີ 2013, ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ​ຫວຽດນາມ ​ແລະ ລາຊະ​ອານາຈັກ​ອັງກິດ​ ບັນລຸ​​ລະດັບ 3,4 ຕື້ USD ​ແລະ ວົງ​ເງິນ​ສົ່ງ​ອອກ​ສິນຄ້າ​ຂອງ​ຫວຽດນາມ ​ໄປ​ຍັງ​ອັງກິດບັນລຸ​​ລະດັບ 3,12 ຕື້ USD. ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ທູດ​ການ​ຄ້າ - ສະຖານທູດ​ຫວຽດນາມ ປະຈຳ​ລາຊະ​ອານາຈັກ​ອັງກິດ ​ແລະ ອາຍ​ແລນ​ເໜືອ​ແລ້ວ, ບັນດາ​ຕົວ​ເລກ​ດັ່ງກ່າວ​ລ້ວນ​ແຕ່​ເພີ່ມ​ຂຶ້ນ​ກວ່າ 25% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2012. ບັນດາ​ສິນຄ້າ​ສົ່ງ​ອອກ​ຕົ້ນ​ຕໍ່​ຂອງ​ຫວຽດນາມ ​ໃນ​ໄລຍະ​ນີ້​ລວມມີ: ​ເຄື່ອງບັນ​ທຶກ​ສຽງ, ກະຈາຍສຽງ, ຮູບ​ພາບ ​ແລະ ຖານຂໍ້​ມູນ​ໃຊ້​ໃນ​ວິທະຍຸ​ກະຈາຍສຽງ, ​ໂທລະພາບ, ​ໂທລະສັບ​ມື​ຖື... ຄິດ​ລະ​ເລ່ຍ​​ໃນ​ປີ 2013, ຍອດ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ​ຫວຽດນາມ ​ແລະ ອັງກິດ ສາມາດ​ບັນລຸກວ່າ 5,12 ຕື້ USD, ​ເພີ່ມ​ຂຶ້ນ 17% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັບ​ຂອງ​ປີ 2012.

        ປະຈຸ​ບັນ, ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 43 ຂອງ​ອັງກິດ ດ້ວຍ​ການ​ແລກປ່ຽນ​ດ້ານການ​ຄ້າ 2 ສົ້ນ​ກວມ​ເອົາ 0,34% ຍອດ​ວົງ​ເງິນ​ການ​ຄ້າ​ລະຫວ່າງ​ອັງກິດ ​ແລະ ​ໂລກ.

ຂ່າວ/ບົດ​ອື່ນ