ວິທະຍຸກະຈາຍສຽງຫວຽດນາມມອບ400ລ້ານດົ່ງໃຫ້ແກ່ຊາວປະມົງແຂວງກວ໋າງຫງາຍ

ວິທະຍຸກະຈາຍສຽງຫວຽດນາມມອບ400ລ້ານດົ່ງໃຫ້ແກ່ຊາວປະມົງແຂວງກວ໋າງຫງາຍ - ảnh 1
ຜູ້ຕາງຫນ້າ VOV ຢູ່ພາກກາງມອບ 400 ລ້ານດົ່ງໃຫ້ຊາວປະມົງ


(vovworld) -  ວັນ​ທີ 1/6 ຢູ່​ທ່າ​ກຳ​ປັ່ນ ຊາ​ຮີ່ງ(Sa Huynh) ຕາ​ແສງ ​ໂຝ​ແທ້ງ(Pho Thanh) ​ເມືອງ Duc Pho ​ແຂວງ ກວ໋າງຫງາຍ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ສົມທົບ​ກັບ​ກອງ​ທຶນ​ຫນູນ​ຊ່ວຍ​ຊາວ​ປະມົງ​ແຂວງ ກວ໋າງຫງາຍ ມອບ​ຈຳນວນ​ເງິນ 400 ລ້ານ​ດົ່ງ​ໃຫ້​ແກ່​ຊາວ​ປະມົງ ຫງວຽນ​ຢີນາມ ຢູ່​ຕາ​ແສງ​ດັ່ງກ່າວ ​ເພື່ອ​ຕໍ່​ກຳ​ປັ່ນ​ຫາ​ປ່າ​ລຳ​ໃຫມ່. ນີ້​ແມ່ນ​ຈຳນວນ​ເງິນ​ໂດຍ​ບັນດາ​ຫົວ​ຫນ່ວຍ, ສ່ວນ​ບຸກຄົນ​ຜູ້​​​ໃຈ​ບຸນ​ໃຈ​ກຸ​ສົນ​ຫນູນ​ຊ່ວຍ​ຊາວ​ປະມົງ ຫງວຽນ​ຢີນາມ ທີ່​ຖືກ​ເຄາະ​ຮ້າຍ​ບົນ​ທະ​ເລ​. ​ເມື່ອ​ໄດ້​ຮັບ​ເງິນ​ຈາກ​ຜູ້ຕາງຫນ້າ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ມອບ​ໃຫ້, ຊາວ​ປະມົງ ຫງວຽນ​ຢີນາມ ​ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

        “ພາຍຫລັງ​ໄດ້​ຮັບ​ເງິນ​ຫນູນ​ຊ່ວຍ 400 ລ້ານ​ດົ່ງ​ຈາກ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ຂ້າພະ​ເຈົ້າ​ຂໍ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ. ພວກ​ຂ້າພະ​ເຈົ້າ​ໝັ້ນ​ໝາຍ​ຈະ​ຕໍ່​ກຳ​ປັ່ນ​ລຳ​ໃຫມ່​ສຳ​ເລັດ​ໂດຍ​ໄວ​ເພື່ອ​ອອກ​ຝັ່ງ​ຫາ​ປາ, ຮັກສາ​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ.”

ຂ່າວ/ບົດ​ອື່ນ