ວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ ເຊັນຂໍ້ຕົກລົງຮ່ວມມື
ນັກຂ່າວ VOV ປະຈຳກຳປູເຈຍ -  
(ພາບ:baoquangninh.com.vn)
(vovworld)- ຕອນບ່າຍວັນທີ 24/9, ຢູ່ພະນົມເປັນ ປະເທດກຳປູເຈຍ, ທ່ານ Nguyen Dang Tien ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ (VOV) ແລະ ທ່ານ Tan Yan ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ (RNK) ໄດ້ເຊັນຂໍ້ຕົກລົງຮ່ວມມືໄລຍະ 2013-2016. ຕາມຂໍ້ຕົກລົງດັ່ງກ່າວແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະສັນນຳກັນຈະເພີ່ມທະວີການອອກອາກາດບັນດາຂ່າວ, ບົດ, ບົດສາລະຄະດີ, ລາຍການສິລະປະ, ວັນນະຄະດີກ່ຽວກັບບັນດາບົດຮຽນ, ຜົນງານໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມຂອງແຕ່ລະປະເທດ…ສອງຝ່າຍຈະສົ່ງຄະນະພະນັກງານການນຳ ແລະ ນັກຂ່າວໄປຢ້ຽມຢາມຊື່ງກັນ ແລະ ກັນເພື່ອແລກປ່ຽນວິຊາການ, ວິຊາສະເພາະ ແລະ ຂຽນຂ່າວ, ບົດໃຫ້ແກ່ວິທະຍຸກະຈາຍສຽງ. ຕີລາຄາກ່ຽວກັບຂໍ້ຕົກລົງການຮ່ວມມືທີ່ຫາກໍ່ໄດ້ເຊັນນັ້ນ, ທ່ານຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ Nguyen Dang Tien ເວົ້າວ່າ:
“ດ້ວຍຂໍ້ຕົກລົງການຮ່ວມມືນີ້, ພວກເຮົາສາມາດຢັ້ງຢືນ ແລະ ເຊື່ອມໝັ້ນຕໍ່ບາດກ້າວພັດທະນາຕໍ່ໜ້າທີ່ເຕັມໄປດ້ວຍຄວາມໝາຍຂອງການພົວພັນຮ່ວມມື, ມິດຕະພາບອັນໝັ້ນຄົງໃນອະນາຄົດລະຫວ່າງວິທະຍຸກະຈາຍສຽງແຫ່ງຊາດສອງປະເທດຫວຽດນາມ ແລະ ກຳປູເຈຍ. ບົນພື້ນຖານສາຍພົວພັນລະຫວ່າງສອງປະເທດພວມໄດ້ຮັບການພັດທະນານັບມື້ນັບເລິກເຊີ່ງກ້ວາງຂວາງ ແລະ ແທດຈິງນັ້ນ, ການພົວພັນຮ່ວມມືມິດຕະພາບລະຫວ່າງວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ ຈະນັບມື້ນັບພັດທະນາຢ່າງດີງາມ“
ນັກຂ່າວ VOV ປະຈຳກຳປູເຈຍ