ວັນທີ 3 ສິງຫານີ້, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19ໃໝ່ເກືອບ 2.100 ຄົນ

(VOVWORLD) -ມາຮອດຕອນບ່າຍວັນທີ 3 ສິງຫານີ້, ທົ່ວປະເທດໄດ້ສັກວັກແຊງກັນພະຍາດໂຄວິດ-19 ໄດ້ 246.696.776 ໂດສ.
ວັນທີ 3 ສິງຫານີ້, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19ໃໝ່ເກືອບ 2.100 ຄົນ - ảnh 1ພາບປະກອບ

     ໃນວັນທີ 3 ສິງຫາ, ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນເກືອບ 2.100 ຄົນ, ຕົວເລກສູງສຸດໃນຮອບເກືອບ 80 ວັນຜ່ານມາ. ນັບແຕ່ໂຄວິດ-19 ເລີ່ມຕົ້ນແຜ່ລະບາດເປັນຕົ້ນມາ, ຫວຽດນາມມີ 10.785.122 ຄົນຕິດເຊື້ອພະຍາດໂຄວິດ-19.

     ໃນມື້ດຽວກັນ, ມີຄົນເຈັບເພີ່ມເຕີມ 7.750 ຄົນ ໄດ້ ຮັບການປິ່ນປົວຫາຍດີ. ມາຮອດປັດຈຸບັນ ຈໍານວນຜູ້ຕິດເຊື້ອທັງໝົດແມ່ນ 9.940.462 ກໍລະນີ. ບໍ່ມີຜູ້ເສຍຊີວິດຍ້ອນໂຄວິດ -19 ໃນ 24 ຊົ່ວໂມງທີ່ຜ່ານມາ.

     ມາຮອດຕອນບ່າຍວັນທີ 3 ສິງຫານີ້, ທົ່ວປະເທດໄດ້ສັກວັກແຊງກັນພະຍາດໂຄວິດ-19 ໄດ້ 246.696.776 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ