ວັນວິທະຍາສາດຢູ່ໂຮງຮຽນມິດຕະພາບລາວ-ຫວຽດນາມ

ວັນວິທະຍາສາດຢູ່ໂຮງຮຽນມິດຕະພາບລາວ-ຫວຽດນາມ - ảnh 1
(ວັນວິທະຍາສາດຢູ່ໂຮງຮຽນມິດຕະພາບລາວ-ຫວຽດນາມ)

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 25 ມີ​ນາ, ຢູ່​ນະ​ຄອນຫຼວງວຽງ​ຈັນ ລາວ, ໂຮງ​ຮຽນ​ມັດ​ທະຍົມຕອນ​ປາຍມິດ​ຕະ​ພາບ​ລາວ-ຫວຽດ​ນາມ  ໄດ້ຈັດ​ວັນ​ວິ​ທະ​ຍາ​ສາດ ຄັ້ງ​ທີ 3. ນີ້​ແມ່ນ ວ​ັນ​ບຸນ​ວິ​ທະ​ຍາ​ສາດ ທີ່​ເປັນ​ມູນ​ເຊື້ອ​ຂອງ​ໂຮງ​ຮຽນ ຈັດ​ທຸກໆ​ປີ. ເຂົ້າ​ຮ່ວມ​ມີ​ຜູ້​ຕາງ​ໜ້າ​ຈາກ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ​ລາວ, ພະ​ແນກ​ສຶກ​ສາ​ນະ​ຄອນຫຼວງວຽງ​ຈັນ, ບັນ​ດາ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ​ ຢູ່ນະ​ຄອນຫຼວງ ພ້ອມ​ທັງ​ບັນ​ດາ​ຄູ, ອາ​ຈານ ແລະ ນັກ​ຮຽນ​ເປັນ​ຈຳ​ນວນຫຼວງຫຼາຍ.

ວັນວິທະຍາສາດຢູ່ໂຮງຮຽນມິດຕະພາບລາວ-ຫວຽດນາມ - ảnh 2

ວັນ​ວິ​ທະ​ຍາ​ສາດ ແມ່ນ​ໂອ​ກາດ​​ ເພື່ອໃຫ້ບັ​ນ​ດາ​ນັກ​ຮຽ​ນ​ໄດ້ຝຶກ​ຫັດ, ​ທົດ​ລອງ​​ ວິ​ຊາ​ວິ​ທະ​ຍາ​ສາດ​ທຳ​ມະ​ຊາດຕ່າງໆ ເຊັ່ນ: ເຄ​ມີ​ສາດ, ຊີ​ວະ​ສາດ, ຟີ​ຊິກ​ສາດ ແລະ ວິ​ຊາ​ອາ​ຊີບ. ນີ້​ທີ່​ຈິງ​ແມ່ນ​ວັນ​ບຸນ​ຂອງ​ບັນ​ດາ​ຄູ, ອາ​ຈ​ານ ແລະ ນັກ​ຮຽນ ໃນ​ໂຮງ​ຮຽນ ແນ​ໃສ່​ຊຸກ​ຍູ້​ຫົວ​ຄິດ​ປະ​ດິດ​ສ້າງ ຂອງ​ນັກ​ຮຽນ​ ໃນ​ການ​ຮຽນ​ທິດ​ສະ​ດີ ​ຢ່າງ​ຕັ້ງ​ໜ້າ ສົມ​ທົບ​ກັບ​ການ​ລົງ​ຝຶກ​ຫັດ ແລະ ສ້າງຄວາມເມົາ​ມົວ​​ທາງ​ດ້ານວິ​ທະ​ຍາ​ສາດໃຫ້​ນັກ​ຮຽນ​.

ຂ່າວ/ບົດ​ອື່ນ