ຜູ້ຕາງໜ້າວິສາຫະກິດປະກັນໄພ ບາວຫວຽດມອບເງິນ
ທົດແທນ ຄວາມເສຍຫາຍໃຫ້ວິສາຫະກິດຢູ່ບີງເຢືອງ
(ພາບ :vanhoadoisong)
|
(vovworld)- ເງິນຈຳນວນກວ່າ 100 ຕື້ດົງ ແມ່ນຈຳນວນເງິນທີ່ບັນດາວິສາຫະກິດປະກັນໄພມອບໃຫ້ 113 ວິສາຫະກິດຢູ່ແຂວງບີງເຢືອງເມື່ອວັນທີ 6/6, ໃນນັ້ນ, ມີ 87 ວີສາຫະກິດໄຕ້້ຫວັນ, 3 ວິສາຫະກິດຂອງສິງກະໂປ, 4 ວິສາຫະກິດຂອງຮົງກົງ ແລະ 3 ວິສາຫະກິດຂອງສ.ເກົາຫຼີ. ນີ້ໄດ້ຮັບຖືວ່າແມ່ນແຫຼ່ງເງິນຈຳເປັນເພື່ອຊ່ວຍບັນດາວິສາຫະກິດກັບຄືນສູ່ການຜະລິດເປັນປົກກະຕິ ພາຍຫຼັງຖືກບຸກຄົນຈຳນວນໜຶ່ງມີການກະທຳຜິດທຳລາຍຊັບສິນຂອງບັນດາອົງການ, ສ່ວນບຸກຄົນ ແລະ ວິສາຫະກິດໃນເວລາທີ່ຜ່ານມາ. ທ່ານ Ken Teh ຜູ້ອຳນວຍການບໍລິສັດ Esquel Garment Manufacturing ທີ່ເຂດອຸດສາຫາກຳຫວຽດນາມ-ສິງກະໂປ ຫາກໍໄດ້ຮັບເງິນທົດແທນຄວາມເສຍຫາຍໃຫ້ຮູ້ວ່າ :
“ ພາຍຫຼັງເຫດການເກີດຂຶ້ນ, ບໍລິສັດປະກັນໄພໄດ້ກະທົບຕອບໂດຍໄວ. ເມື່ອພວກຂ້າພະເຈົ້າປະກາດໃຫ້ຊາບແລ້ວ, ບໍ່ເຕັມ 2 ວັນ, ເຂົາເຈົ້າໄດ້ມີໜ້າຢູ່ບໍລິສັດເພື່ອປະເມີນຜົນເສຍຫາຍ. ຍ້ອນປະຕິກິລີຍາໄວເຊັ່ນນັ້ນ, ໄດ້ຊ່ວຍພວກຂ້າພະເຈົ້າຫຼາຍທີ່ສຸດໃນການສ້ອມແປງ, ຊື້ພາຫະນະເຄື່ອງຈັກໃໝ່ເພື່ອຟື້ນຟູການຜະລິດ. ບໍລິສັດພວກຂ້າພະເຈົ້າມີຄວາມໝັ້ນໃຈເມື່ອສືບຕໍ່ລົງທຶນ ແລະ ຜູກພັນຍາວນານຢູ່ຫວຽດນາມ ”