ພາບປະກອບ:TTXVN
|
(vovworld)-ຕາມມະຕິເລກທີ 35 ກ່ຽວກັບການຫນູນຊ່ວຍ ແລະ ພັດທະນາວິສາຫະກິດຮອດປີ 2020 ຊື່ງຫາກໍໄດ້ຮັບການປະກາດໃຊ້ຈາກລັດຖະບານ ແລ້ວ, ຫວຽດນາມ ຈະຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ຍົກສູງຄຸນນະພາບການເຕີບໂຕ, ພັດທະນາຕາມລວງເລິກ ໂດຍອີງໃສ່ພູມປັນຍາປ່ຽນໃຫມ່, ມີຫົວຄິດປະດິດສ້າງ, ວິທະຍາສາດເຕັກໂນໂລຊີສູງ, ໃນນັ້ນ ວິສາຫະກິດ, ເປັນຕົ້ນແມ່ນວິສາຫະກິດພາກເອກະຊົນ ແມ່ນກຳລັງຫນູນຍົກສູງກຳລັງແກ້ງແຍ້ງ ແລະ ລັກສະນະເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ. ລັດຖະບານ ໄດ້ຮຽກຮອ້ງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ ,ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ ຊີ້ນຳ, ບໍລິຫານ, ຈັດຕັ້ງການປະຕິບັດບັນດາຄາດໝາຍ, ຫລັກການ, ຫນ້າທີ່ ແລະ ມາດຕະການຢ່າງມີປະສິດທິຜົນ ມຸ່ງໄປເຖິງຄາດໝາຍຮອດປີ 2020 ສ້າງວິສາຫະກິດຫວຽດນາມ ມີກຳລັງຄວາມສາມາດແກ້ງແຍ້ງ, ພັດທະນາແບບຍືນຍົງ. ທົ່ວປະເທດມີວິສາຫະກິດຢ່າງຫນ້ອຍສຸດ 1 ລ້ານແຫ່ງ, ໃນນັ້ນ ບັນດາວິສາຫະກິດມີຂອບຂະຫນາດໃຫຍ່, ແຫລ່ງກຳລັງແຂງແຮງ. ວິສາຫະກິດພາກເອກະຊົນຂອງຫວຽດນາມ ໄດ້ປະກອບສ່ວນ 48-49% GDP, ປະມານ 49% ຍອດຈຳນວນເງິນລົງທຶນທົ່ວສັງຄົມ.