ວິສາຫະກິດຫວຽດນາມຫລາຍແຫ່ງເປີດກ້ວາງການເຄື່ອນໄຫວຢູ່ຕ່າງປະເທດແລະດຳເນີນທຸລະກິດຢ່າງສຳເລັດຜົນ

ວິສາຫະກິດຫວຽດນາມຫລາຍແຫ່ງເປີດກ້ວາງການເຄື່ອນໄຫວຢູ່ຕ່າງປະເທດແລະດຳເນີນທຸລະກິດຢ່າງສຳເລັດຜົນ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວູຮຸຍ​ຮ່ວາງ
(ພາບ: baomoi.com)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງວັນປະກາດ​ເອກະລາດສາທາລະນະ​ລັດ ສິງກະ​ໂປ ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ, ຕອນ​ເຊົ້າ​ວັນ​ທີ 9/8, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວູຮຸຍ​ຮ່ວາງ ມີ​ການ​ໂອ້​ລົມ​ສົນທະນາ​ກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພວມ​ເຄື່ອນ​​ໄຫວ ​ແລະ ດຳ​ເນີ​ນທຸລະ​ກິດ​ໃນ​ຫລາຍ​ຂົງ​ເຂດ​ຢູ່​ ສິງກະ​ໂປ ຢ່າງ​ສຳ​ເລັດ​ຜົນ. ທ່ີ​ການ​ໂອ້​ລົມ​ສົນທະນາ ທ່ານ​ລັດຖະມົນຕີ ຫວູຮຸຍ​ຮ່ວາງ ຕີ​ລາຄາ​ສູງ​ການເປັນ​ເຈົ້າ​ການ, ຂະຫຍັນ​ຂັນ​ເຂື່ອນ, ມີຫົວຄິດ​ປະດິດ​ສ້າງ ​ແລະ ມີ​ໄຫວ​ພິກ​ຂອງ​ວິ​ສາ​ຫະກິດ, ​ໃນ​ສະພາວະຫັນ​ເປັນ​​ໂລກາ​ພິວັດ, ​ເຊື່ອມ​ໂຍງ​ເສດຖະກິດ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ, ​ໄດ້​ບືນ​ຕົວ​ອອກສູ່​ຕ່າງປະ​ເທດ, ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່ ສິງກະ​ໂປ​ ຊຶ່ງແມ່ນໜຶ່ງ​ໃນ​ບັນດາ​ສູນ​ການ​ຄ້າ, ການ​ເງິນ, ທະນາຄານ ​ແລະ ການບໍລິການຂອງ​ພາກ​ພື້ນ ​ແລະ ສາກົນ. ທ່ານ​ລັດຖະມົນ​ຕີ ຫວູຮຸຍ​ຮ່ວາງ ຍ້ອງຍໍຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ຂອງ​ບັນດາ​ວິ​ສາ​ຫະກິດ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ປະກອບສ່ວນ​​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ ຫວຽດນາມ ຢູ່ ສິງກະ​ໂປ ກໍ​ຄື​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ ​ແລະ ສາກົນຢ່າງ​ຕັ້ງໜ້າ, ພ້ອມ​ທັງ​ ປະກອບສ່ວນ​ເຂົ້າ​​ໃນຜົນງານ​ລວມຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປ, ພິ​ເສດ​ໃນ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ. ທ່ານ​ລັດຖະມົນຕີ ຫວູຮຸຍ​ຮ່ວາງ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່ ​ແລະ ມີນະໂຍບາຍໜູນ​ຊ່ວຍ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ກໍ​ຄື​ວິ​ສາ​ຫະກິດ​ລົງທຶນ​ດຳ​ເນີນ​ທຸລະ​ກິດຢູ່​ຕ່າງປະ​ເທດ ​ເພື່ອ​​ໃຫ້ບັນດາ​ວິ​ສາ​ຫະກິດ​ສາມາ​ດ​ພັດທະນາ ​ແລະ ກຳ​ແໜ້ນ​ກາລະ​ໂອກາດ​ ໂດຍການ​ເຊື່ອມ​ໂຍງ​ເສດຖະກິດ​ນຳ​ມາ​​ໃຫ້.

ຂ່າວ/ບົດ​ອື່ນ