ວິສາຫະກິດຫວຽດນາມ-ເຊັກໂກຊອກຫາກາລະໂອກາດຮ່ວມມື

ວິສາຫະກິດຫວຽດນາມ-ເຊັກໂກຊອກຫາກາລະໂອກາດຮ່ວມມື - ảnh 1
(ພາບປະກອບ)

(vovworld) - ​ວັນ​ທີ 20/8, ວິ​ສາ​ຫະກິດ​ເກືອບ 80 ​ແຫ່ງ​ຂອງ​ນະຄອນ ​ຮ່າ​ໂນ້ຍ ​ແລະ ​ສ.ເຊັກ​ໂກ ທີ່​ເຄື່ອ​ນ​ໄຫວ​ໃນ​ຂົງ​ເຂດ​ຕ່ຳ​​ແຜ່ນ​ຕັດຫຍິບ, ​ເກີບ​ໜັງ ​ໄດ້ມີ​ການ​ພົບ​ປະ, ​ແລກປ່ຽນຄວາມ​ສາມາດ​​ໃນ​ການຮ່ວມ​ມື ​ແລະ ການລົງທຶນ​ເຂົ້າ​ຕະຫລາດ​ຂອງ​ກັນ ທີ່​ກອງ​ປະຊຸມ​ສຳ​ມະ​ນາທີ່​ດຳ​ເນີນ​ຢູ່​ນະຄອນຫລວງ ປຣາຮາ, ສ.ເຊັກ​ໂກ. ຕາມ​ທ່ານ​ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ຮ່າ​ໂນ້ຍ ​ເລ​ຮົ່ງທັ໋ງ​ ແລ້ວ ການ​ແຊກ​ຊຶມ​ເຂົ້າ​ຕະຫລາດ ສ.ເຊັກ​ໂກ ຈະ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ສຳ​ພັດ​ກັບ​ຕະຫລາດ ອີ​ຢູ ທີ່ກ້ວາງຂວາງ​ກ່ວາ​ຢ່າງ​ງ່າຍດາຍ. ທ່ານ ​ເລ​ຮົ່ງທັ໋ງ ​ໃຫ້​ຮູ້​ວ່າ:

        “ທຸກ​ຄົນ​ຄິດ​ວ່າການ​ສົ່ງ​ເສີມ​ການ​ຄ້າ​ເຂົ້າ​ຕະຫລາດ​ມູນ​ເຊື້ອ​ຄື ​ເອີ​ຣົບຕາ​ເວັນ​ອອກ ​ແມ່ນ​ເກົ່າ​ແລ້ວ ​ແຕ່​ຄວາມ​ຈິງ​ແລ້ວ, ນີ້​ຜັດແມ່ນ​ເລື່ອງ​ໃໝ່​,​ ເພາະ​ມັນແມ່ນ​ປະຕູ​ເຂົ້າ​ຕະຫລາດ ອີ​ຢູ ​​ໄວ​ທີ່​ສຸດ. ສ.​ເຊັກ​ໂກ ​ແມ່ນ​ຕະຫລາດ​ມີ​ພົນລະ​ເມືອງ 90 ລ້ານ​ຄົນ ​ແລະ ​​ຕະຫລາດນີ້​ເໝາະ​ສົມ​ກັບ​ຄຸນ​ນະພາ​ບ,ສິນຄ້າ ຫວຽດນາມ ກໍຄື ລາຄາຂອງ​ສິນຄ້າ ຫວຽດນາມ, ຖ້າ​ຫາກ​ພວກ​ເຮົາ​ເຂົ້າຕະຫລາດ ​ເອີຣົບຕາ​ເວັນ​ອອກ ພວກ​ເຮົາ​ກໍ່ຈະ​ເຂົ້າ​​ຮ່ວມຕະຫລາດ ອີ​ຢູ ​ໄດ້”.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້​ແທນ​ເກືອບ 60 ​ວິ​ສາ​ຫະກິດ​ຕ່ຳ​ແຜ່ນ​ຕັດຫຍິບ ​ແລະ ​ເກີບ​ໜັງ​ຂອງ ສ.​ເຊັກ​ໂກ ​ເອົາ​ໃຈ​ໃສ່​ທີ​ສຸດ​ເຖິງ​ຊະນິດ, ການ​ອອກ​ແບບ, ຄຸນ​ນະພາ​ບຜະລິດຕະພັນ​ຂອງ ຫວຽດນາມ ​. ບັນດາວິ​ສາ​ຫະກິດ ສ.​ເຊັກ​ໂກ ປາດ​ຖະໜາ​ຢາກ​​ມີ​ການ​ແລກປ່ຽນຢ່າງ​ແທດ​ຈິງຕື່ມ​ອີກ ​ແລະ ຊອກ​ຮູ້​ຄວາມ​ຈິງ​ຢູ່​ຕະຫລາດ​ຂອງກັນເພື່ອດຳ​ເນີນ​ການລົງ​ນາມ​ໃນ​ບັນດາ​ເອກະສານ​ຮ່ວມ​ມື​ລົງທຶນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ