ວິສາຫະກິດອາເມລິກາຊອກຫາກາລະໂອກາດລົງທຶນ,ດຳເນີນທຸລະກິດຍາວນານຢູ່ຫວຽດນາມ
ທ່ານ ຫງວຽນທ້ຽນເຍີນ ມີການພົບປະກັບການນຳຂັ້ນສູງຂອງບັນດາວິສາຫະກິດ ອາເມລິກາ
(ພາບ: Nguyễn Dân/TTXVN)
(vovworld) – ຕອນເຊົ້າວັນທີ 2/6, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ມີການພົບປະກັບການນຳຂັ້ນສູງຂອງບັນດາວິສາຫະກິດ ອາເມລິກາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນີ້ແມ່ນບັນດາວິສາຫະກິດລາຍໃຫຍ່ຂອງ ອາເມລິກາເຄື່ອນໄຫວໃນບັນດາຂົງເຂດຄື: ປະກັນໄພ, ພະລັງງານ, ສຶກສາບຳລຸງສ້າງ... ເຊິ່ງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ໄດ້ເຊີ້ນເຊີນ ມາ ຫວຽດນາມ ເພື່ອເຂົ້າຮ່ວມການປຶກສາຫາລື ກັບ ລັດຖະບານ, ກໍ່ຄືປະຊາຄົມວິສາຫະກິດ ຫວຽດນາມ ກ່ຽວກັບວິທີເພື່ອພ້ອມກັນຊຸກຍູ້ການຮ່ວມມືການຄ້າ ແລະ ການລົງທຶນ 2 ຝ່າຍ, ຊຸກຍູ້ວິວັດການເຈລະຈາສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ. ທີ່ກອງປະຊຸມສຳມະນາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ແລະ ການນຳບັນດາວິສາຫະກິດ ອາເມລິກາ ໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບສະພາບເສດຖະກິດ ຫວຽດນາມ, ກາລະໂອກາດລົງທຶນ, ດຳເນີນທຸລະກິດໃຫ້ບັນດາຄູ່ຮ່ວມມືລາຍໃຫຍ່, ຢາກທຳມາຄ້າຂາຍຍາວນານກັບ ຫວຽດນາມ, ສ້າງກຸ່ມ ອາຊຽນ ຮ່ວມສຳພັນ ແລະ ເຊື່ອມໂຍງກ່ວາ, ມຸ່ງໄປເຖິງການສ້າງປະຊາຄົມເສດຖະກິດ ອາຊຽນ ໃນທ້າຍປີ 2015 ຢ່າງເປັນທາງການ, ວິວັດທະນາການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ.