ວິສາຫະກິດອາເມລິກາຕີລາຄາສູງມາດຕະການຂອງຫວຽດນາມໃນການຮັບປະກັນຄວາມປອດໄພໃຫ້ບັນດາວິສາຫະກິດຕ່າງປະເທດ
ພາບປະກອບ
(vovworld) – ວັນທີ 11/6, ຢູ່ວໍຊິງຕັນ, ທ່ານ ຫງວຽນກວກເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ພົບປະກັບກຸ່ມຜູ້ນຳບັນດາວິສາຫະກິດ ອາເມລິກາ ເພື່ອແລກປ່ຽນກ່ຽວກັບສັນຍາຄູ່ຮ່ວມມືເຂດ ປາຊີຟິກ (TPP) ແລະ ການພົວພັນ ຫວຽດນາມ - ອາເມລິກາ.
ໄປຄຽງຄູ່ກັບເລື່ອງຮຽກຮ້ອງໃຫ້ປະຊາຄົມວິສາຫະກິດ ອາເມລິກາ ສືບຕໍ່ສະໜັບສະໜູນເລື່ອງສິ້ນສຸດການເຈລະຈາ ແລະ ເຊັນສັນຍາ TPP ໂດຍໄວ, ທ່ານເອກອັກຄະລັດຖະທູດ ຫງວຽນກວກເກື່ອງ ລາຍງານໂດຍສັງເຂບກ່ຽວກັບສະພາບຄວາມເຄັ່ງຕຶງປິນຂັ້ນໄດໃນປະຈຸບັນຢູ່ທະເລຕາເວັນອອກຍ້ອນການກະທຳພຽງລຳພັງຝ່າຍດຽວ ແລະ ຜິດກົດໝາຍຂອງ ຈີນ ໃນການຕັ້ງຮ້ານເຈາະນ້ຳມັນ ໄຮຢາງ - 981 ເຂົ້າເລິກໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງ ຫວຽດນາມ. ກຸ່ມບັນດາຜູ້ນຳວິສາຫະກິດ ອາເມລິກາ ມີຄວາມວິຕົກວັງວົນຢ່າງເລິກເຊິ່ງ ກ່ຽວກັບຄວາມເຄັ່ງຕຶງປິນຂັ້ນໄດອາດຈະພາໄປເຖິງການຄ້າຂາຍຖືກຢຸດສະງັກ, ຫວັງວ່າ, ຝ່າຍຕ່າງໆຈະລະງັບໃຈ ແລະ ມີມາດຕະການຫລຸດຜ່ອນຄວາມເຄັ່ງຕຶງ.
ປະຊາຄົມວິສາຫະກິດ ອາເມລິກາ ກໍ່ຕີລາຄາສູງບັນດາມາດຕະການຮອບດ້ານຂອງລັດຖະບານ ຫວຽດນາມ ເພື່ອແນໃສ່ຮັບປະກັນກ່ຽວກັບຊີວິດອິນຊີ ແລະ ຊັບສົມບັດ ກໍ່ຄືສິດຜົນປະໂຫຍດອັບຊອບທຳຂອງບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ບຸກຄົນຊາວຕ່າງປະເທດຢູ່ ຫວຽດນາມ. ປະຊາຄົມວິສາຫະກິດ ອາເມລິກາ ມີຄວາມເພິ່ງພໍໃຈເມື່ອເຫັນວ່າສະພາບການຢູ່ ຫວຽດນາມ ໄດ້ກັບຄືນສູ່ສະພາບປົກກະຕິ, ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດເກືອບທັງໝົດໄດ້ຮັບການຟື້ນຟູ.