ງານຕະຫລາດນັດການຄ້າ ຫວຽດນາມ - ລາວ ປີ 2015
(ພາບ: TTXVN)
(vovworld) – ງານຕະຫລາດນັດການຄ້າ ຫວຽດນາມ - ລາວ ປີ 2015, ດ້ວຍຫົວຂໍ້ “ມິດຕະພາບ, ການຮ່ວມມື ແລະ ພັດທະນາ ” ຖືກໄຂຂຶ້ນໃນຕອນບ່າຍວັນທີ 22/12 ຢູ່ແຂວງ ຈຳປາສັກ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ງານຕະຫລາດນັດມີຮ້ານວາງສະແດງສິນຄ້າ 150 ຮ້ານທີ່ມາຈາກວິສາຫະກິດກ່ວາ 90 ແຫ່ງ ເຂົ້າຮ່ວມວາງສະແດງ, ແນະນຳບັນດາຜະລິດຕະພັນທີ່ມີອິດທິພົນຊື່ສຽງ ແລະ ຄຸນນະພາບພາຍໃນປະເທດ ແລະ ສົ່ງອອກຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ສະບຽງອາຫານ, ການປຸງແຕ່ງ, ເຄື່ອງໄຟຟ້າ - ເອເລັກໂຕນິກ, ໂທລະຄົມມະນາຄົມ…ງານຕະຫລາດນັດການຄ້າ ຫວຽດນາມ - ລາວ ປີ 2015 ແມ່ນໂອກາດເພື່ອໃຫ້ຜູ້ອຸປະໂພກບໍລິໂພກ ແລະ ຜູ້ເຂົ້າຢ້ຽມຊົມມີຄວາມເຂົ້າໃຈຕື່ມກ່ຽວກັບຜະລິດຕະພັນສິນຄ້າ ຫວຽດນາມ ທັງແມ່ນກາລະໂອກາດ ເພື່ອໃຫ້ບັນດາວິສາຫະກິດ, ນັກລົງທຶນ 2 ປະເທດພົບປະ, ແລກປ່ຽນບົດຮຽນ, ຊອກຫາລູກຄ້າ, ຄູ່ຮ່ວມມື ລົງທຶນ ແລະ ພ້ອມກັນພັດທະນາ.