(vovworld) - ຜູ້ອຳນວຍການສູນການຄ້າໄທ (TTC) ຢູ່ນະຄອນໂຮ່ຈິມິນ, ທ່ານນາງ Malionee Harnboonsong ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນປະເທດທີ່ມີກາລະໂອກາດຫຼາຍຢ່າງ, ໂດຍສະເພາະແມ່ນນະຄອນໂຮ່ຈິ໋ມິນ. ຕາມທ່ານນາງ Malionee ແລ້ວ, ນັກລົງທຶນໄທ ບໍ່ຄວນສ້າງຕັ້ງບັນດາວິສາຫະກິດພຽງຂຸດຄົ້ນແຫຼ່ງກຳລັງທຳມະຊາດຫວຽດນາມ ເທົ່ານັ້ນ, ແທນທີ່ນັ້ນຄວນຮ່ວມມືກັບຫວຽດນາມ ຜ່ານການຮ່ວມທຸລະກິດ ເພື່ອສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງໄກ້ຊິດສະໜິດສະໜົມ. ທ່ານນາງ Malionee ໃຫ້ຮູ້ວ່າ ໄທ ປາດຖະໜາຢາກເພີ່ມທະວີການມີໜ້າຢູ່ຕະຫຼາດຫວຽດນາມ. ໄທ ຫວັງວ່າ ມູນຄ່າແລກປ່ຽນການຄ້າກັບຫວຽດນາມ ໃນແຕ່ລະປີ ຈະເພີ່ມຂຶ້ນ 20%.
ຕາມຕົວເລກສະຖິຕິແລ້ວ, ໃນ 6 ເດືອນຕົ້ນປີ 2013, ວົງເງິນສົ່ງອອກຂອງໄທ ມາຫວຽດນາມ ເພີ່ມຂຶ້ນ 2,26% ແມ່ນ 3,3 ຕື້ USD, ໃນຂະນະການນຳເຂົ້າເພີ່ມຂຶ້ນ 26% ແມ່ນ 1,68 ຕື້ USD.