ວິສາຫະກິດ ຫວຽດນາມ ສະໜອງການບໍລິການຂຸດຄົ້ນນ້ຳມັນອາຍແກັສໃຫ້ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ອິນເດຍ

(VOVWORLD) - HADUCO ສະໜອງກຳປັ່ນບໍລິການຫຼາຍສັບປະຄຸນ 7 ລຳຮັບໃຊ້ການເຄື່ອນໄຫວສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັສຂອງ ONGC ຢູ່ເຂດນອກຝັ່ງທະເລທາງທິດຕາເວັນອອກ ແລະ ຕາເວັນຕົກອິນເດຍ, ໃນເວລາ 3 ປີ.
ວິສາຫະກິດ ຫວຽດນາມ ສະໜອງການບໍລິການຂຸດຄົ້ນນ້ຳມັນອາຍແກັສໃຫ້ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ອິນເດຍ - ảnh 1(ທີ່ພິທີລົງນາມ)

        ວັນທີ 20 ມິຖຸນາ, ກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດ ອິນເດຍ (ONGC) ແລະ ບໍລິສັດຫຸ້ນສ່ວນນ້ຳມັນອາຍແກັສ (HADUCO) ຂອງ ຫວຽດນາມ ໄດ້ລົງນາມໃນສັນຍາສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັສຢູ່ ອິນເດຍ. ພິທີລົງນາມຈັດຂຶ້ນຢູ່ນະຄອນ Mumbai, ປະເທດ ອິນເດຍ. ຕາມສັນຍາແລ້ວ, HADUCO ສະໜອງກຳປັ່ນບໍລິການຫຼາຍສັບປະຄຸນ 7 ລຳຮັບໃຊ້ການເຄື່ອນໄຫວສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັສຂອງ ONGC ຢູ່ເຂດນອກຝັ່ງທະເລທາງທິດຕາເວັນອອກ ແລະ ຕາເວັນຕົກອິນເດຍ, ໃນເວລາ 3 ປີ.

        ກ່າວຄຳເຫັນທີ່ພິທີລົງນາມ, ທ່ານອັກຄະລັດຖະທູດທີ່ປຶກສາ ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໂດ້ແທັງຫາຍ ເນັ້ນໜັກວ່າ, ສັນຍາລະຫວ່າງ 2 ຝ່າຍມີຄວາມໝາຍສຳຄັນ, ບໍ່ພຽງແຕ່ສະແດງໃຫ້ເປັນການພັດທະນາຂອງວິສາຫະກິດ ຫວຽດນາມ ເທົ່ານັ້ນ, ຫາກຍັງເປີດກາລະໂອກາດຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ອິນເດຍ, ກໍຄືລະຫວ່າງວິສາຫະກິດຂອງ 2 ປະເທດ ອີກດ້ວຍ. ທ່ານ ໂດ້ແທັງຫາຍ ຢືນຢັນວ່າ, ເລື່ອງເພີ່ມທະວີການພົວພັນຮ່ວມມື ແລະ ການຄ້າລະຫວ່າງ 2 ປະເທດ ໄດ້ປະກອບສ່ວນຊຸກຍູ້ການເຊື່ອມຕໍ່ໃນການເດີນທະເລ ແລະ ຄວາມສະຖຽນລະພາບ, ການພັດທະນາຂອງພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ