ຜູ້ນຳທ່ຽວແນະນຳໃຫ້ແຂກທ່ອງທ່ຽວແຜນທີ່ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ທີ່ມີຕໍ່ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ
(ພາບ: dantri.com)
(vovworld) - ວັນທີ 2/2,ຢູ່ສະຖານທີ່ສາທາລະນະຕ່າງໆໃນບໍລິເວນແຂວງ ແຄງຮ່ວາ ໄດ້ວາງສະແດງແຜນທີ່ເອກກະສານເດີມ 4 ແຜ່ນທີ່ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຢູ່ ທະເລຕາເວັນອອກ. ແຜນທີ່ 4 ແຜ່ນດັ່ງກ່າວລວມມີ: ແຜນທີ່ປະເທດ ດ້າຍນາມ ໂດຍສະໄໝລາດຊະວົງ ຫງວຽນ ສ້າງຂຶ້ນເມື່ອປີ 1834, ສະແດງໃຫ້ເຫັນວ່າ: ຮ່ວາງຊາ ແລະ ວ້ານລີ໋ເຈື່ອງຊາ ແມ່ນຂຶ້ນກັບຜືນແຜ່ນດິນຂອງ ຫວຽດນາມ, ແຜນທີ່ປະເທດ ອານນາມ ໂດຍທ່ານ Jean Louis Taberd (ຊາວ ຝຣັ່ງ) ແຕ້ມເມື່ອປີ 1838 ທີ່ສະແດງໃຫ້ເຫັນວ່າໝູ່ເກາະ Paracel Seu ກາດວ່າງ (ຫຼື ຮ່ວາງຊາ) ແມ່ນຂຶ້ນກັບຫວຽດນາມ, ແຜນທີ່ສະໄມລາດຊະວົງ ຫວງ ໂດຍສະໄໝຊິງ ແຕ້ມເມື່ອປີ 1904 ສະແດງໃຫ້ເຫັນວ່າຕອນໃຕ້ສຸດຂອງຈີນ ພຽງແຕ່ຮອດເກາະ ໄຫໜາມ, ບໍ່ມີໝູ່ເກາະ ຮ່ວາງຊາ ແລະ ເຈ່ືອງຊາ ຂອງ ຫວຽດນາມ, ແຜນທີ່ບັນດາ ສະຖານີອຸຕຸນິຍົມ ອິນດູຈີນໂດຍ ຝຣັ່ງ ແຕ້ມເມື່ອປີ 1940, ສະແດງໃຫ້ເຫັນວ່າ ສະຖານີອຸຕຸນິຍົມ Pattle (ແມ່ນຂຶ້ນກັບ ຮ່ວາງຊາ) ສະຖານີອຸຕຸນິຍົມ Itu Aba (ຂຶ້ນກັບເຈື່ອງຊາ) ນີ້ແມ່ນສະຖານີ ອຸຕຸນິຍົມ 2 ແຫ່ງສຳຄັນທີ່ສຸດຢູ່ ອິນດູຈີນ.