ວາ​ລະ​ຊັກ​ຖາມ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເຮັດ​ແຈ້ງຫຼາຍ​ບັນ​ຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ

(VOVWORLD) -“ວາລະຊັກຖາມຖືກດຳເນີນໄປຢ່າງກົງໄປກົງມາ, ຖືກຕາມຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ. ສະມາຊິກສະພາແຫ່ງຊາດໄດ້ຍົກອອກຫຼາຍບັນຫາຮ້ອນເຮັ່ງ, ມີຈຸດສຸມທີ່ສຸດ, ພິເສດແມ່ນບັນຫາທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ກຳລັງຄວາມສາມາດຂອງຂະແໜງສາທາລະນະສຸກຂັ້ນຮາກຖານ, ການແພດປ້ອງກັນ, ບັນຫາວັກຊິນ..."
ວາ​ລະ​ຊັກ​ຖາມ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເຮັດ​ແຈ້ງຫຼາຍ​ບັນ​ຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ - ảnh 1ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທັງລອງ (ພາບ: VOV)

ຕອນເຊົ້າວັນທີ 10 ພະຈິກ, ສະພາແຫ່ງຊາດ ໄດ້ເລີ່ມດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມ ຄັ້ງທີ 2, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຊຸດທີ XV ສຳລັບທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທັງລອງ. ວາລະຊັກຖາມດັ່ງກ່າວ ມີຜູ້ມີສິດເລືອກຕັ້ງໄດ້ໃຫ້ຄວາມສົນໃຈ ແລະ ຕິດຕາມການຖ່າຍທອດສົດຜ່ານທາງວິທະຍຸ ແລະ ໂທລະພາບເປັນຈຳນວນຫຼາຍ. ນາງ ຮວ່າງທິຢຸງ, ຜູ້ມີສິດເລືອກຕັ້ງຢູ່ນະຄອນ ອຽນບ໊າຍ ຕີລາຄາວ່າ:

“ວາລະຊັກຖາມຖືກດຳເນີນໄປຢ່າງກົງໄປກົງມາ, ຖືກຕາມຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ. ສະມາຊິກສະພາແຫ່ງຊາດໄດ້ຍົກອອກຫຼາຍບັນຫາຮ້ອນເຮັ່ງ, ມີຈຸດສຸມທີ່ສຸດ, ພິເສດແມ່ນບັນຫາທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ກຳລັງຄວາມສາມາດຂອງຂະແໜງສາທາລະນະສຸກຂັ້ນຮາກຖານ, ການແພດປ້ອງກັນ, ບັນຫາວັກຊິນ... ການຕອບຄຳຊັກຖາມຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກກໍຈະແຈ້ງ, ລະອຽດທີ່ສຸດ, ໄດ້ເຮັດແຈ້ງໄດ້ຫຼາຍບັນຫາສຳຄັນ.”

ວາ​ລະ​ຊັກ​ຖາມ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເຮັດ​ແຈ້ງຫຼາຍ​ບັນ​ຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ - ảnh 2ທ່ານບຸ່ຍວັນຟອງ, ຮອງປະທານສະມາຄົມນັກຮົບເກົ່າ ເມືອງ ໂງກວ່ຽນ, ນະຄອນ ຫາຍຟ່ອງ (ພາບ: VOV)

ຜູ້ມີສິດເລືອກຕັ້ງຫຼາຍຄົນຢູ່ນະຄອນຫ໋າຍຟ່ອງ ຖືວ່າ ບັນດາກຸ່ມບັນຫາ ແລະ ບັນດາລັດຖະມົນຕີທີ່ຖືກຊັກຖາມ ແລະ ຕອບຄຳຊັກຖາມໃນຄັ້ງນີ້ ລ້ວນແຕ່ແມ່ນບັນຫາທີ່ສັງຄົມມີຄວາມສົນໃຈ. ທ່ານບຸ່ຍວັນຟອງ, ຮອງປະທານສະມາຄົມນັກຮົບເກົ່າ ເມືອງ ໂງກວ່ຽນ, ນະຄອນ ຫາຍຟ່ອງ ຖືວ່າ ທ່ານລັດຖະມົນຕີ ໄດ້ຕອບຖືກເປົ້າ ຖືກບັນຫາທີ່ບັນດາສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງມີຄວາມສົນໃຈ, ມີເນື້ອໃນກະທັດລັດ ແລະ ສະແດງໃຫ້ເຫັນຄວາມອ່ອນນ້ອມຖ່ອມຕົນ ແລະ ມີຈິດໃຈສ້າງສັນ.

ຕອບກັບ

ຂ່າວ/ບົດ​ອື່ນ