ວາລະປະຊຸມຄັ້ງທີ 21 ຂອງຄະນະປະຈຳສະພາ ແຫ່ງຊາດຈະດຳເນີນໄປ ແຕ່ວັນທີ 9-24/9

ວາລະປະຊຸມຄັ້ງທີ 21 ຂອງຄະນະປະຈຳສະພາ ແຫ່ງຊາດຈະດຳເນີນໄປ ແຕ່ວັນທີ 9-24/9 - ảnh 1

(ພາບປະກອບ baoquangninh.com.vn)

 (vovworld)-  ​ ​ ວາລະ​ປະຊຸມ​ຄັ້ງທີ 21 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 9-24/9 ຢູ່​ຮ່າ​ໂນ້ຍ. ທີ່​ວາລະ​ປະຊຸມ​ຄັ້ງນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ໃຫ້​ຄຳ​ເຫັນ​ເຂົ້າ​ໃນ​ຮ່າງ​ກົດໝາຍ​ຈຳນວນ​ໜຶ່ງ​ຄື: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ຕີມບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ນາຍ​ທະຫານ​ຂອງ​ກອງທັບ ປຊຊ ຫວຽດນາມ, ກົດໝາຍ​ວ່າ​ດ້ວຍ​ຕຳຫຼວດ ປຊຊ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າອອກ​ເມືອງ, ຢູ່​ອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ​ຢູ່​ຫວຽດນາມ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ (ສະບັບ​ປັບປຸງ)….. ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ໃຫ້​ຄຳ​ເຫັນ​ເຂົ້າ​ໃນ​ບາງ​ບັນຫາ​ສຳຄັນ, ບັນດ​າຄຳ​ເຫັນ​ທີ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຂອງກົດໝາຍ​ວ່າ​ດ້ວຍທີ່​ດິນ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ບັນດາ​ຄະນະ​ຕິດຕາມ​ກວດກາ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ກົດໝາຍ, ມະຕິ​ຂອງ​ສະພາ​ແຫ່ງ​ຊາດທີ່​ບັນດາ​ອົ​ງການ, ທ້ອງ​ຖິ່ນ. ຕາມ​​ແຜນການ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບົດ​ລາຍ​ງານ​ໝາກຜົນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຢູ່​ສະພາ​ແຫ່ງ​ຊາດ ​ແລະ ສະພາ ປຊຊ ຂັ້ນຕ່າງໆ; ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ; ການ​ກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13….

 

 

 

ຂ່າວ/ບົດ​ອື່ນ