(vovworld) - ຕອນເຊົ້າວັນທີ 13/01, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ໄດ້ໄຂວາລະປະຊຸມຄັ້ງທີ 24 ແລະ ໃຫ້ຄຳເຫັນໃສ່ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປະກັນສຸຂະພາບ ແລະ ຮ່າງກົດໝາຍວ່າດ້ວຍການສົມລົດ ແລະ ຄອບຄົວ (ສະບັບປັບປຸງ). ນີ້ແມ່ນ 2 ຮ່າງກົດໝາຍເຊິ່ງໄດ້ຮັບການປຶກສາຫາລືທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຜ່ານມາ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ ນີແມ່ນວາລະປະຊຸມສຳຄັນພາຍຫຼັງລັດຖະທຳມະນູນມີຜົນສັກສິດ ແລະ ກະກ່ຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຊຸດທີ 13. ທ່ານປະທານສະພາແຫ່ງຊາດ ຫງວຽນຊິ່ງຮຸ່ງ ຖືວ່າ ປະກັນສຸຂະພາບທົ່ວປວງຊົນມີລັກສະນະມະນຸດສະທຳ. ສຳລັບບັນດາເປົ້າໝາຍປະສົບກັບຄວາມຫຍຸ້ງຍາກ, ຄົນທຸກຍາກ, ຜູ້ທີ່ມີຄູນງາມຄວາມດີ, ລັດຈະໜູນຊ່ວຍຄ່າໃຊ້ຈາຍສ່ວນໜຶ່ງເມື່ອເຂົ້າຮ່ວມການປະກັນສຸຂະພາບ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຮັບເອົາຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ ແລະ ສະຫຼຸບວ່າ.
“ການປັບປຸງກົດໝາຍໃນຄັ້ງນີ້, ພວກເຮົາຢືນຢັນປັບປຸງກອງທຶນປະກັນສຸຂະພາບ ໃຫ້ເປັນກອງທຶນປະກັນສຸຂະພາບທົ່ວປວງຊົນ. ສ່ວນຂໍ້ມາດຕາໃດພວມນຳໃຊ້ ຢ່າງມີປະສິດທິຜົນແມ່ນບໍ່ປັບປຸງ. ກ່ຽວກັບເລື່ອງພ້ອມກັນໃຊ້ຈາຍ, ແມ່ນປັບປຸງຕາມທິດມີເມື່ອຖືກ ຈັບເປັນ, ເຖິງວ່າຈະໄປປິ່ນປົວພະຍາດຢູ່ ຮາກຖານການແພດຂອງລັດ ຫຼື ຂອງເອກະຊົນ ກໍ່ລ້ວນແຕ່ນຳໃຊ້ບັດປະກັນສຸຂະພາບໄດ້”.