ວາລະປະຊຸມຄັ້ງທີ 4 ຂອງກຳມາທິການວິທະ ຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມ
(ພາບປະກອບ)
(vovworld) - ວາລະປະຊຸມຄັ້ງທີ 4 ຂອງກຳມາທິການວິທະຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດຖືກດຳເນີນໃນລະຫວ່າງວັນທີ 20-21/9 ຢູ່ ຮ່າໂນ້ຍ, ເພື່ອປຶກສາຫາລືຫຼາຍເນື້ອໃນທີ່ສຳຄັນຄື: ພິຈາລະນາ, ຕີລາຄາສະພາບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວິທະຍາສາດເຕັກໂນໂລຢີ, ການປົກປັກຮັກສາສິ່ງແວດລ້ອມ ແລະ ບາງໂຄງການໃຫຍ່; ກວດກາຮ່າງກົດໝາຍຈຳນວນໜຶ່ງ. ຕອນເຊົ້າວັນທີ 20/9, ໄດ້ດຳເນີນການກວດກາຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານ ແລະ ຫຼຸດຜ່ອນໄພທຳມະຊາດ. ກຳມາທິການວິທະຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມໄດ້ເຫັນດີເປັນເອກະພາບສູງຕໍ່ເລື່ອງສະແດງໃຫ້ເຫັນທັດສະນະປ່ຽນໃໝ່ໃນວຽກງານປ້ອງກັນ, ຕ້ານໄພທຳມະຊາດຈາກການຮັບມືໄປສູ່ການຄວບຄູມຄວາມສ່ຽງໂດຍໄພທຳມະຊາດກໍ່ຂຶ້ນ. ກ່າວຂ້ອງເຖິງນະໂຍບາຍຂອງລັດໃນຂົງເຂດປ້ອງກັນຕ້ານໄພທຳມະຊາດ, ສະມາຊິກບາງທ່ານໃນກຳມາທິການວິທະຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມໄດ້ເຫັນດີທີ່ວ່າ, ຮ່າງກົດໝາຍຄວນເພີ່ມເຕີມບາງນະໂຍບາຍຄື: ບຳລຸງສ້າງ, ໂຄສະນາ, ຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຄົມ ແລະ ປະຊາຊົນ; ຍົກຍ້າຍປະຊາຊົນຢູ່ເຂດປະສົບໄພທຳມະຊາດຢ່າງໜັກໜ່ວງໄປຍັງເຂດປອດໄພ; ແກ້ໄຂຄວາມສ່ຽງໃຫ້ແກ່ບັນດາວິສາຫະກິດທີ່ລົງທຶນເຂົ້າເຂດທີ່ມີໄພເກີດຄວາມສ່ຽງສູງ…ຕອນບ່າຍ, ບັນດາສະມາຊິກກຳມາທິການວິທະຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມປຶກສາຫາລື, ປະກອບຄວາມເຫັນໃຫ້ຮ່າງກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຢີ (ສະບັບປັບປຸງ) ກໍ່ຄືສຸມໃສ່ປຶກສາຫາລືຫຼັກການເຄື່ອນໄຫວວິທະຍາສາດ ເຕັກໂນໂລຢີ; ລັກສະນະເປັນເອກະພາບລະຫວ່າງກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຢີ (ສະບັບປັບປຸງ) ກັບລະບົບກົດໝາຍ ແລະ ລັກສະນະເປັນໄປຂອງກົດໝາຍ.