ວາລະປະຊຸມຄັ້ງທີ 6 ຂອງຄະນະກຳມະການປັບປຸງລັດຖະທຳມະນູນປີ 1992
ວາລະປະຊຸມຄັ້ງທີ 6 ຂອງຄະນະກຳມະການປັບປຸງລັດຖະທຳມະນູນປີ 1992
(ພາບ: Nhan Sáng/TTXVN)
(vovworld) - ວັນທີ 8/4, ຢູ່ຮ່າໂນ້ຍ, ຄະນະກຳມະການປັບປຸງລັດຖະທຳມະນູນປີ 1992 ໄດ້ຈັດວາລະປະຊຸມຄັ້ງທີ 6 ເພື່ອປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນ ທີ່ໄດ້ຮັບເອົາຄຳເຫັນ ແລະ ປັບປຸງໃນເບື້ອງຕົ້ນຕາມຄຳເຫັນຂອງປະຊາຊົນ. ໄລ່ມາຮອດວັນທີ 31/3, ມີຄຳເຫັນປະກອບກ່ວາ 26 ລ້ານຂໍ້ຂອງບັນດາອົງການ, ສຳນັກງານ, ສ່ວນບຸກຄົນ ກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ດ້ວຍການຈັດຕັ້ງກອງປະຊຸມ, ກອງປະຊຸມສຳມະນາ 28.000 ຄັ້ງໄດ້ຮັບການຈັດຕັ້ງຂຶ້ນ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ, ປະທານຄະນະກຳມະການປັບປຸງລັດຖະທຳມະນູນປີ 1992, ຊີ້ແຈ້ງວ່າ: ເລື່ອງຈັດຕັ້ງຮັບເອົາຄຳເຫັນຂອງປະຊາຊົນ ກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໃນໄລຍະແຕ່ເດືອນ 01 – 03/2013 ໄດ້ກາຍເປັນບັ້ນດຳເນີນຊີວິດການເມືອງຢ່າງກ້ວາງຂວາງໃນທົ່ວປະເທດ ແລະ ໃນໝູ່ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດ, ດຶງດູດການເຂົ້າຮ່ວມຂອງປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເນັ້ນໜັກວ່າ: ເລື່ອງລວມລວມ, ຄົ້ນຄ້ວາ, ຮັບເອົາຄຳເຫັນຂອງປະຊາຊົນ ຈະໄດ້ຮັບການປະຕິບັດຢ່າງເຂັ້ມງວດແຕ່ຂັ້ນຮາກຖານ ຕະຫຼອດຮອດຄະນະກຳມະການປັບປຸງລັດຖະທຳມະນູນ ປີ 1992 ເພື່ອເຮັດໃຫ້ຮ່າງລັດຖະທຳມະນູນເມື່ອຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົານັ້ນແມ່ນລັດຖະທຳມະນູນມີຄຸນນະພາບສູງສຸດ.