ລັດຖະທຳມະນູນປີ 1992
|
(vovworld)- ຕອນເຊົ້າວັນທີ 7/9 ຢູ່ ຮ່າໂນ້ຍ, ຄະນະຮຽບຮຽງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຈັດວາລະປະຊຸມຄົບຄະນະຄັ້ງທີ 8 ເພື່ອໃຫ້ຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ກ່ອນທີ່ຍື່ນສະເຫນີຕໍ່ກົມການເມືອງ ແລະ ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 11. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ, ປະທານຄະນະຮຽບຮຽງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ເປັນປະທານວາລະປະຊຸມ. ກ່າວຄຳເຫັນທີ່ພິທີໄຂວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ຢືນຢັນວ່າ: ວິວັດການ ສ້າງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຮັບຄຳເຫັນປະກອບຢ່າງສຸດຈິດສຸດໃຈເປັນຈຳນວນຫລວງຫລາຍ ຈາກປະຊາຊົນ, ນັກວິທະຍາສາດ, ຜູ້ຊ່ຽວຊານ ແລະ ສະມາຊິກສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ເນັ້ນຫນັກວ່າ: ລັດຖະທຳມະນູນແມ່ນກົດໝາຍສຳຄັນ ສະນັ້ນ ຄະນະຮຽບຮຽງ ຈະສືບຕໍ່ຮັບເອົາຄຳເຫັນຈາກປະຊາຊົນ, ສສຊ. ທ່ານປະທານສະພາແຫ່ງຊາດ ສະເຫນີ: ບັນດາສະມາຊິກໃນຄະນະຮຽບຮຽງ ໃຫ້ຄຳເຫັນດ້ວຍລາຍລັກອັກສອນ, ສຸມໃສ່ເຂົ້າບັນດາເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນ ກໍຄືສືບຕໍ່ໃຫ້ຄຳເຫັນໃສ່ບັນດາມາດຕາ, ກ້າວໄປເຖິງເປັນເອກະພາບບັນດາເນື້ອໃນກ່ອນທີ່ຍື່ນສະເຫນີຕໍ່ກົມການເມືອງ ແລະ ສູນກາງ ໃນກອງປະຊຸມຄັ້ງຈະມາເຖິງ.