ວາລະປະຊຸມຄົບຄະນະ ຄັ້ງທີ 4 ຂອງ ກຳມາທິການເສດຖະກິດ
ພາບປະກອບ
|
(vovword)- ວັນທີ 14/5, ກຳມາທິການເສດຖະກິດຂອງສະພາແຫ່ງຊາດຫວຽດນາມ ໄດ້ຈັດວາລະປະຊຸມຄົບຄະນະຄັ້ງທີ 4 ເພື່ອກວດກາບົດລາຍງານເພີ່ມເຕີມກ່ຽວກັບ ການຕີລາຄາໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ປີ 2011, ສະພາບການປະຕິບັດແຜນການພັດທະນາເສດຖະກິດສັງຄົມໃນຊຸມເດືອນຕົ້ນປີ 2012, ກວດກາຮ່າງກົດໝາຍສະຫະກອນ. ບົດລາຍງານດັ່ງກ່າວໂດຍແມ່ນທ່ານ Cao Viet Sinh ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສະເຫນີ ໄດ້ຊີ້ແຈງບັນດາຈຸດໝາຍ, ຫນ້າທີ່ພັດທະນາເສດຖະກິດ ສັງຄົມ ປີ 2011 ບັນລຸໄດ້ບັນດາໝາກຜົນອັນຕັ້ງຫນ້າ. ການເຕີບໂຕເສດຖະກິດບັນລຸ 5,89% ແມ່ນລະດັບດີພໍສົມຄວນໃນເງື່ອນໄຂພວມສຸມໃສ່ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ. ສະພາບເສດຖະກິດສັງຄົມໃນ 4 ເດືອນຕົ້ນປີ 2012 ບັນລຸໝາກຜົນຕັ້ງຫນ້າໃນເບື້ອງຕົ້ນ, ຖືກທິດ. ໃນໄລຍະຈະມາເຖິງ, ຫນ້າທີ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ແມ່ນສຸມໃສ່ເຂົ້າໃນ 3 ຂົງເຂດຈຸດສຸມຄື: ສ້າງໂຄງປະກອບການລົງຄືນໃຫມ່, ສ້າງໂຄງປະກອບທະນາຄານການຄ້າຄືນໃຫມ່ ແລະ ສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງຫນ້າ. ຄຳເຫັນຂອງຜູ້ແທນຫລາຍທ່ານກໍສະເຫນີໃຫ້ລັດຖະບານເອົາໃຈໃສ່ເປັນພິເສດເຖິງການເຄື່ອນໄຫວແກ້ໄຂສົ້ນອອກໃຫ້ແກ່ຜະລິດຕະພັນ, ຊອກຫາຕະຫລາດ, ຫລຸດຜ່ອນອັດຕາດອກເບ້ຍ. ກ່ຽວກັບຮ່າງກົດໝາຍສະຫະກອນ ສະບັບປັບປຸງ, ກຳມາທິການເສດຖະກິດຊີ້ແຈງວ່າ ຮ່າງກົດໝາຍນີ້ແມ່ນສົ່ງເສີມ ແລະ ພັດທະນາຮູບແບບສະຫະກອນແບບໃຫມ່.