ວຽກ​ງານ​ກະ​ກຽມ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ໄດ້​ດຳ​ເນີນ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ ແລະ ຖືກ​ຕ້ອງ​ຕາມ​ຄວາມ​ຄືບ​ໜ້າ

(VOVWORLD) -ທ່ານ ຫງວຽນແຫ້ງຟຸກ ກຳມະການສະພາເລືອກຕັ້ງແຫ່ງຊາດ, ຫົວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ຫວຽດນາມ ໄດ້ສະເໜີບົດລາຍງານໝາກຜົນຂອງການຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026.
ວຽກ​ງານ​ກະ​ກຽມ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ໄດ້​ດຳ​ເນີນ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ ແລະ ຖືກ​ຕ້ອງ​ຕາມ​ຄວາມ​ຄືບ​ໜ້າ - ảnh 1ທ່ານ ຫງວຽນແຫ້ງຟຸກ ກຳມະການສະພາເລືອກຕັ້ງແຫ່ງຊາດ, ຫົວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)

ຕອນເຊົ້າວັນທີ 25 ມີນາ, ໃນຂອບເຂດກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຊຸດທີ XIV, ທ່ານ ຫງວຽນແຫ້ງຟຸກ ກຳມະການສະພາເລືອກຕັ້ງແຫ່ງຊາດ, ຫົວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ຫວຽດນາມ ໄດ້ສະເໜີບົດລາຍງານໝາກຜົນຂອງການຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026.

ຕາມນັ້ນແລ້ວ, ສະພາເລືອກຕັ້ງ ແຫ່ງຊາດ ໄດ້ຮີບດ່ວນຜັນຂະຫຍາຍວຽກງານຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ຊີ້ນຳ, ແນະນຳວຽກງານເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນຢ່າງຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ, ຕາມຄວາມຄືບໜ້າທີ່ວາງອອກ, ແກ້ໄຂບັນດາບັນຫາເກີດຂຶ້ນກະທັນຫັນຢ່າງທັນການ ເພື່ອຮັບປະກັນການເລືອກຕັ້ງໃຫ້ປະສົບຜົນສຳເລັດຢ່າງຈົບງາມ. ທ່ານ ກ່າວວ່າ:

ວຽກງານກະກຽມບຸກຄະລາກອນເຂົ້າຮ່ວມການຮັບສະໝັກເລືອກຕັ້ງ ໄດ້ດຳເນີນຢ່າງລະມັດລະວັງ, ຮັບປະກັນຖືກຕ້ອງຕາມວິວັດການຄັດເລືອກ, ສະເໜີຜູ້ຮັບສະໝັກເລືອກຕັ້ງ. ໃນວິວັດການອົງການໄດ້ຈັດແບ່ງໂຄງປະກອບສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນໃຫ້ສົມດຸນ ແລະ ເໝາະສົມ, ເອົາໃຈໃສ່ເຖິງການຮັບປະກັນອັດຕາຜູ້ຮັບສະໝັກເລືອກຕັ້ງເພດຍິງ, ຊາວໜຸ່ມ, ຜູ້ບໍ່ແມ່ນສະມາຊິກພັກ, ຊາວຊົນເຜົ່າສ່ວນໜ້ອຍ, ຜູ້ມີລະດັບຄວາມຮູ້ສູງ ແລະ ຜູ້ຕາງໜ້າໃຫ້ແກ່ບັນດາພາກສ່ວນໃນສັງຄົມ.

        ເພື່ອຮັບປະກັນລັກສະນະປະຊາທິປະໄຕ ແລະ ຖືກຕ້ອງຕາມກົດໝາຍຂອງ ການເລືອກຕັ້ງ, ອົງການທີ່ມີໜ້າທີ່ຄວາມຮັບຜິດຊອບກໍ່ຈັດບັນດາຄະນະຕິດຕາມກວດກາໄປຍັງ 16 ແຂວງ, ນະຄອນຂຶ້ນກັບສູນກາງ ເພື່ອຕິດຕາມກວດກາ ວຽກງານເລືອກຕັ້ງຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ