ການປະຊຸມລະຫວ່າງເສນາຮັກຫວຽດນາມແລະ ສິງກະໂປ
ພາບ:baotintuc.vn
|
(vovworld)- ມີທ່ານໝໍ ແລະ ຜູ້ຊ່ຽວການແພດ ຂອງກົມເສນາຮັກ ຂຶ້ນກັບກຳລັງປະກອບອາວຸດ ສິງກະໂປ 30 ຄົນ ຈະພ້ອມກັບບັນດາພະນັກງານການແພດ, ທ່ານໝໍ ຂອງກົມເສນາຮັກ ຂຶ້ນກັບກະຊວງປ້ອງກັນປະເທດຫວຽດນາມ ດຳເນີນການກວດພະຍາດໃຫ້ແກ່ປະຊາຊົນຢູ່ເມືອງ ບີງຊວຽນ ແຂວງ ຫວີງຟຸກ. ທີ່ການເຮັດວຽກຢູ່ ສິງກະໂປ ເມື່ອວັນທີ 9/12, ເຈົ້າຫນ້າທີ່ຂອງກົມເສນາຮັກ ສິງກະໂປ ແລະ ຫວຽດນາມ ໄດ້ເປັນເອກະພາບນຳກັນວ່າ: ໃນເວລາ 4 ວັນ, ແຕ່ວັນທີ 15-18/12/2015, ທ່ານໝໍພະແນກພາຍໃນ, ພະແນກເດັກ, ແຂ້້ວ ແລະ ຕາຂອງສິງກະໂປ ແລະ ຫວຽດນາມ ຈະກວດພະຍາດໃຫ້ແກ່ປະຊາຊົນ ຫວີງຟຸກ ແລະ ຝ່າຍສິງກະໂປ ຈະສະຫນອງຢຸກຢາ ແລະ ແວ່ນຕາໃຫ້ແກ່ຄົນເຈັບຫວຽດນາມ. ນີ້ເປັນຄັ້ງທຳອິດທີ່ກົມເສນາຮັກຂອງສອງປະເທດ ຮ່ວມມືໃນລາຍການກວດແລະປິ່ນປົວພະຍາດມະນຸດສະທຳ. ນອກຈາກກວດພະຍາດແລ້ວ, ບັນດາທ່ານໝໍ ແລະ ຜູ້ຊ່ຽວຊານດ້ານການແພດຂອງກົມເສນາຮັກ ສິງກະໂປ ຍັງແລກປ່ຽນກັບເພື່ອນຮ່ວມງານຫວຽດນາມ ກ່ຽວກັບບົດຮຽນວິຊາສະເພາະກໍຄືແບ່ງບັນບົດຮຽນຂອງສິງກະໂປໃນການເຄື່ອນໄຫວຫນູນຊ່ວຍມະນຸດສະທຳ, ກູ້ໄພກູ້ຊີບ ແລະ ການເຄື່ອນໄຫວຮັກສາສັນຕິພາບ.