ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ກໍ່ຜົນຮ້າຍຕໍ່ການເຕີບໂຕທົ່ວໂລກ
(VOVWORLD) - ວັນທີ 23 ພຶດສະພາ, ກອງທຶນເງິນຕາສາກົນ (IMF) ໄດ້ກ່າວເຕືອນກ່ຽວກັບການປີນຂັ້ນໄດໃນສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ, ຖືວ່າ:
ສົງຄາມການຄ້ານີ້ ບໍ່ພຽງແຕ່ “ກໍ່ຜົນຮ້າຍ” ຕໍ່ການເຕີບໂຕທົ່ວໂລກໃນປີ 2019 ເທົ່ານັ້ນ ຫາກຍັງເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຫລຸດໜ້ອຍຖອຍລົງ ກໍ່ຄືຍູ້ລາຄາບໍລິໂພກຂຶ້ນສູງ. ທ່ານນາງ Gita Gopinath, ຫົວໜ້ານັກເສດຖະກິດຂອງ IMF, ໄດ້ປະຕິເສດຢ່າງເດັດຂາດຖະແຫຼງການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ຖືວ່າ ບັນດາລະດັບອັດຕາພາສີ ເຊິ່ງ ຈີນ ຕ້ອງຈ່າຍ ຈະນຳມາເຊິ່ງແຫຼ່ງລາຍຮັບກ້ອນໃຫຍ່ໃຫ້ແກ່ຄັງເງິນຂອງ ອາເມລິກາ, ຊ່ວຍຫລຸດຜ່ອນການຂາດດຸ່ນການຄ້າຂອງ ອາເມລິກາ.
(ພາບປະກອບ) |
ໃນບົດຂຽນໄດ້ລົງໃນ blop ສ່ວນຕົວ, ທ່ານນາງ Gita Gopinath ແລະ ເພື່ອນຮ່ວມງານບາງຄົນ ໄດ້ກ່າວເຕືອນວ່າ ຄວາມເສຍຫາຍດ້ານເສດຖະກິດ ຊ້ຳບໍ່ໜຳຈະຊົ່ວຮ້າຍກ່ວາ ຖ້າຫາກທ່ານ Donald Trump ພຽງແຕ່ຢຸດຢູ່ຄຳນາບຂູ່ ແລະ ຈັດວາງອັດຕາພາສີສູງສຸດສຳລັບທຸກປະເພດສິນຄ້ານຳເຂົ້າຈາກ ຈີນ, ຍ້ອນວ່າ ສິ່ງດັ່ງກ່າວ ຈະເຮັດໃຫ້ປະມານ 1/3 GDP ທົ່ວໂລກຫລຸດລົງໃນໄລຍະສັ້ນ.