ສົ່ງ​ເສີມ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ໄລ​ຍະ​ພາຍຫຼັງ Covid – 19

(VOVWORLD) -ແຕ່ວັນທີ 28 - 30 ພຶດສະພາ ຈະດຳເນີນ “ກອງປະຊຸມພົວພັນແລກປ່ຽນການຄ້າທາງອອນລາຍດ້ວຍຫົວຂໍ້: ສົ່ງເສີມການຄ້າເກີບ ຫວຽດນາມ - ອາເມລິກາໄລຍະພາຍຫຼັງ Covid - 19”. 
ສົ່ງ​ເສີມ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ໄລ​ຍະ​ພາຍຫຼັງ Covid – 19 - ảnh 1ພາບປະກອບ: Congthuong.vn 

ນີ້ແມ່ນແຜນການຂຶ້ນກັບໂຄງການຮ່ວມມືລະຫວ່າງ ກົມສົ່ງເສີມການຄ້າ ແລະ ຫ້ອງການການຄ້າຫວຽດນາມ ປະຈຳ ອາເມລິກາ ກັບສະຫະສະມາຄົມບັນດາຫົວໜ່ວຍຈຳໜ່າຍ ແລະ ຂາຍຍ່ອຍເກີບ ອາເມລິກາ (FDRA).

        ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາ ແງ່ຫວັງໃນໄລຍະຈະມາເຖິງ ກໍ່ຄືວິທີການຮັບມືໃນສະພາບການໃໝ່, ແນະນຳການກຳນົດທິດນະໂຍບາຍໃຫ້ແກ່ຝ່າຍຫວຽດນາມເພື່ອແນໃສ່ພັດທະນາຂະແໜງເກີບ ແລະ ຊຸກຍູ້ການເຄື່ອນໄຫວພົວພັນແລກປ່ຽນການຄ້າໃນຂົງເຂດເກີບກັບຕະຫຼາດອາເມລິກາ, ສ້າງໂອກາດການແນະນຳ, ເຊື່ອມຕໍ່ລະຫວ່າງວິສາຫະກິດ ຫວຽດນາມ - ອາເມລິກາໃນຂົງເຂດເກີບ.

        ຜ່ານກອງປະຊຸມພົວພັນແລກປ່ຽນການຄ້ານີ້, ວິສາຫະກິດ ຫວຽດນາມ ແລະ ບັນດານັກນຳເຂົ້າຂອງອາເມລິກາຈະຊອກຮູ້ຄວາມຕ້ອງການ, ກຳລັງຄວາມສາມາດຂອງກັນຢ່າງຈະແຈ້ງກ່ວາອີກ, ກ້າວໄປເຖິງຂໍ້ຕົກລົງບັນດາໂອກາດຮ່ວມມືສົ່ງເສີມການຄ້າເພື່ອຜົນປະໂຫຍດຂອງວິສາຫະກິດທັງສອງຝ່າຍ, ປະກອບສ່ວນເຂົ້າໃນການໜູນຊ່ວຍວິສາຫະກິດຜ່ານຜ່າໂລກລະບາດຢ່າງປອດໄພ, ກະກຽມກຳລັງຮັບມືກັບບັນດາການຜັນແປດ້ານການຄ້າຢ່າງໄວ, ປະກອບສ່ວນປັບປຸງການພົວພັນການຄ້າທີ່ໄດ້ຮັບການກໍ່ສ້າງບົນພື້ນຖານໝັ້ນຄົງລະຫ່ວາງ ສອງປະເທດ ຫວຽດນາມ - ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ