ສຸ້ຊົນນຳວົງເງິນການຄ້າ ຫວຽດນາມ - ຈີນ ຂຶ້ນ 60 ຕື້ USD ໃນປີ 2015
ກອງປະຊຸມຄັ້ງທີ 8 ຄະນະກຳມະການຮ່ວມມືເສດຖະກິດ ການຄ້າ ຫວຽດນາມ - ຈີນ
(ພາບ: ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ)
(vovworld) – ຕອນບ່າຍວັນທີ 22/4 ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໄດ້ຈັດການປະຊຸມຂ່າວກ່ຽວກັບບັນດາໝາກຜົນຂອງກອງປະຊຸມຄັ້ງທີ 8 ຄະນະກຳມະການຮ່ວມມືເສດຖະກິດ ການຄ້າ ຫວຽດນາມ - ຈີນ. ທ່ານ ດ່າວງອກເຈືອງ, ຮອງຫົວໜ້າກົມຕະຫລາດ ອາຊີ - ປາຊີຟີກ, ຜູ້ຕາງໜ້າຂອງກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: 2 ຝ່າຍໄດ້ແລກປ່ຽນບັນດາມາດຕາການເພື່ອແນໃສ່ປະຕິບັດຈຸດໝາຍໂດຍການນຳ 2 ປະເທດໄດ້ວາງອອກ, ນຳວົງເງິນການຄ້າ 2 ສົ້ນຂຶ້ນເຖິງ 60 ຕື້ USD ໃນປີ 2015, ຫລຸດຜ່ອນມຸນຄ່າການນຳເຂົ້າເກີນດຸນຈາກ ຈີນ, ເຮັດໃຫ້ການຄ້າເຂດຊາຍແດນລະຫວ່າງ 2 ປະເທດປອດໄສ. ນັບແຕ່ກອງປະຊຸມຄັ້ງທີ 7 ຂອງຄະນະກຳມະການຮ່ວມມືເສດຖະກິດ ການຄ້າ ຫວຽດນາມ - ຈີນ ມາຮອດປະຈຸບັນ, ການພົວພັນການຄ້າລະຫວ່າງ ຫວຽດນາມ - ຈີນ ມີບາດກ້າວພັດທະນາຢ່າງແຂງແຮງ. ວົງເງິນການຄ້າ 2 ສົ້ນບັນລຸກ່ວາ 41 ຕື້ USD ໃນປີ 2012. ໃນໄລຍະຈະມາເຖິງ, ຫວຽດນາມ ຈະສ້າງຕັ້ງຫ້ອງການສົ່ງເສີມການຄ້າ 5 ແຫ່ງປະຈຳ ຈີນ.