ສູ້ຊົນສຳເລັດວຽກງານ ອອກໃບຢັ້ງຢືນສິດ ນຳໃຊ້ທີ່ດິນ
(ພາບປະກອບ)
(vovworld) - ສູ້ຊົນສຳເລັດວຽກງານອອກໃບຢັ້ງຢືນສິດນຳໃຊ້ທີ່ດິນ, ນັ້ນແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ຫງວຽນມິງກວາງ ກ່ຽວກັບການຜັນຂະຫຍາຍວຽກງານອອກໃບຢັ້ງຢືນສິດນຳໃຊ້ທີ່ດິນຄັ້ງທຳອິດໃນທົ່ວປະເທດ, ຕາມຈິດໃຈມະຕິຂອງສະພາແຫ່ງຊາດ. ເຊິ່ງຕາມນັ້ນແລ້ວ, ວຽກງານນີ້ຈະໄດ້ຮັບການສ້າງສຳເລັດໃນປີ 2013 ໂດຍພື້ນຖານ. ທ່ານລັດຖະມົນຕີ ຫງວຽນມິງກວາງ ໃຫ້ຮູ້ວ່າ ພາຍຫຼັງສຳເລັດການອອກໃບຢັ້ງຢືນສິດນຳໃຊ້ທີ່ດິນເປັນຄັ້ງທຳອິດ, ກະຊວງຈະເປັນເສນາທິການໃຫ້ລັດຖະບານ ກະກຽມບັນດາເງື່ອນໄຂເພື່ອສ້າງພື້ນຖານດ້ານຂໍ້ມູນກ່ຽວກັບທີ່ດິນຂອງທ້ອງຖິ່ນຕ່າງໆ ແລະ ທົ່ວປະເທດ, ນຳເຂົ້າຂຸດຄົ້ນ, ຄຸ້ມຄອງຢ່າງມີໄຫວພິບກວ່າ. ໄລ່ມາຮອດຈຸດເວລານີ້, ໃນທົ່ວປະເທດໄດ້ມີ 39 ແຂວງ, ນະຄອນສຳເລັດການອອກໃບຢັ້ງຢືນສິດນຳໃຊ້ທີ່ດິນໂດຍພື້ນຖານແລ້ວ, ບັນລຸກວ່າ 85% ຍອດເນື້ອທີ່ດິນປະເພດຕ່າງໆຕ້ອງການຮັບໃບຢັ້ງຢືນ. ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ທ່ອງຖິ່ນຕ່າງໆ ຕ້ອງຕັ້ງໜ້າກວ່າອີກ ເພື່ອປະກອບສ່ວນສຳເລັດໜ້າທີ່ເຊິ່ງລັດຖະບານ, ສະພາແຫ່ງຊາດໄດ້ວາງອອກກ່ຽວກັບການອອກໃບຢັ້ງຢືນສິດນຳໃຊ້ທີ່ດິນໃນປີ 2013.