( vovworld ) –ນັກຂ່າວຂ່າວສານຫວຽດນາມ ປະຈຳອິນໂດເນເຊຍ ໃຫ້ຂ່າວວ່າ, ວົງເງິນການຄ້າຫວຽດນາມ-ອິນໂດເນເຊຍ ມີແງ່ຫວັງຈະບັນລຸລະດັບ 5 ຕື້ USD ໃນປີ 2012 ນີ້. ກ່ອນການກຳນົດເວລາຄືປີ 2015 ໂດຍລັດຖະບານສອງປະເທດໄດ້ວາງອອກໃນການຢ້ຽມຢາມອິນໂດເນເຊຍ ເມື່ອທ້າຍປີ 2011 ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ. ໃນການຢ້ຽມຢາມດັ່ງກ່າວ, ການນຳສອງປະເທດໄດ້ເຫັນດີເປັນເອກະສັນຈະເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າສອງຝ່າຍ, ດ້ວຍຈຸດໝາຍຍົກວົງເງິນການຄ້າສອງສົ້ນຂຶ້ນເຖິງ5 ຕື້ USD ໃນປີ 2015. ແຕ່ເຖິງຢ່າງໃດກໍຕາມ, ໃນປີ 2011, ວົງເງິນການຄ້າສອງສົ້ນຫວຽດນາມ-ອິນໂດເນເຊຍ ບັນລຸໄດ້ 4,5 ຕື້ USD ແລ້ວ. ໃນເດືອນ 1/2012, ການສົ່ງອອກຂອງຫວຽດນາມ ໄປຍັງອິນໂດເນເຊຍ ບັນລຸ ກ່ວາ 197 USD ໃນຂະນະທີ່ການນຳເຂົ້າຈາກອິນໂດເນເຊຍ ບັນລຸກວ່າ 161 USD. ດ້ວຍບັນດາຕົວເລກວົງເງິນການຄ້າສອງສົ້ນອັນຕັ້ງໜ້າຄືດັ່ງກ່າວ, ພອ້ມກັບແຜນການຈະສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງອິນໂດເນເຊຍ ໃນປີ 2012 ດ້ວຍມູນຄ່າ 2,7 ຕື້ USD ນັ້ນ, ສອງປະເທດຈະບັນລຸຈຸດໝາຍ 5 ຕື້ USD ກ່ອນການກຳນົດເວລາປີ 2015, ຊ້ຳບໍໜຳ ອາດຈະບັນລຸໄດ້ໃນປີ 2012 ນີ້.