(vovworld) – ໃນລະຫວ່າງວັນທີ 16 – 17/5 ຢູ່ເມືອງເກາະ ລີເຊີນ ແຂວງ ກວາງຫງາຍ. ຄະນະປະຕິບັດງານຂອງສູນກາງສະຫະພັນແມ່ຍິງ ຫວຽດນາມ, ສະຫະພັນແມ່ຍິງນະຄອນ ດ່າໜັງ ແລະ ແຂວງ ກວາງຫງາຍ ຈັດຕັ້ງລາຍການ “ຮ່ວມເດີນທາງພ້ອມກັບທະເລໝູ່ເກາະບ້ານເກີດເມືອງນອນ”. ລາຍການໄດ້ມອບເງິນຈຳນວນ 50 ລ້ານດົງ ແລະ ຂອງຂວັນເກືອບ 80 ພູດໃຫ້ແກ່ສະມາຄົມແມ່ຍິງເມືອງ; ມອບທຶນສຶກສານັບສິບທຶນໃຫ້ນັກຮຽນເປັນລູກຫຼານຂອງຊາວປະມົງຜູ້ຖືກເສຍຊີວີດເມື່ອຫາປາໃນເຂດທະເລ ຮ່ວາງຊາ, ເຈື່ອງຊາ; ມອບຂອງຂວັນໃຫ້ພະນັກງານ, ນັກຮົບທີ່ປະສົບກັບຄວາມຫຍຸ້ງຍາກຂຶ້ນກັບກຳລັງປະກອບອາວຸດພວມປະຕິບັດໜ້າທີ່ປົກປັກຮັກສາເຂດໝູ່ເກາະທະເລ, ແຕ່ລະພູດມີມູນຄ່າແຕ່ 500.000 ເຖິງ 1 ລ້ານ ດົງ.
ລາຍການ “ຮ່ວມເດີນທາງພ້ອມກັບທະເລໝູ່ເກາະບ້ານເກີດເມືອງນອນ” ນອນໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ 125 ປີ ແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ, ເພື່ອແບ່ງປັນນຳ້ໃຈຄວາມຮັກແພງລະຫວ່າງດິນຕໍ່ແຜນກັບໝູ່ເກາະທີ່ຫ່າງໄກ, ເພີ່ມທະວີການສົມທົບລະຫວ່າງບັນດາສະມາຄົມແມ່ຍິງຂັ້ນຕ່າງໆ ແລະ ບັນດາກົມກອງກຳລັງປະກອບອາວຸດຢ່າງແໜ້ນແຟ້ນ.