ສັນຍາການຄ້າຫວຽດນາມ-ລາວສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ2ປະເທດ
(ກອງປະຊຸມເຜີຍແຜ່ສັນຍາການຄ້າ,
ສັນຍາການຄ້າຊາຍແດນຫວຽດນາມ - ລາວ)
(vovworld) - ວັນທີ 05/07, ຢູ່ແຂວງ ສະຫວັນນະເຂດ, ທາງພາກກາງລາວ, ໄດ້ດຳເນີນກອງປະຊຸມເຜີຍແຜ່ສັນຍາການຄ້າ, ສັນຍາການຄ້າຊາຍແດນຫວຽດນາມ - ລາວ, ອັນໄດ້ດຶງດູດຜູ້ຕາງໜ້າບັນດາວິສາຫະກິດລາວ ແລະ ບັນດາວິສາຫະກິດຫວຽດນາມ ພວມທຳມາຄ້າຂາຍ, ດຳເນີນທຸລະກິດຢູ່ພາກໃຕ້ ແລະ ພາກກາງລາວ ກວ່າ 140 ຄົນເຂົ້າຮ່ວມ. ທີ່ກອງປະຊຸມ, ບັນດາວິສາຫະກິດຂອງ 2 ປະເທດໄດ້ຮັບການສະໜອງເນື້ອໃນຢ່າງຄົບຊຸດ ກໍຄືບັນດາບັນຊີລາຍຊື່ສິນຄ້າໄດ້ຮັບບຸລິມະສິດໃນຂອບເຂດສັນຍາການຄ້າ ແລະ ສັນຍາການຄ້າຊາຍແດນຫວຽດນາມ - ລາວ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫງວຽນເກີມຕູ໋ ໃຫ້ຮູ້ວ່າ: ຕາມສັນຍາການຄ້າຫວຽດນາມ - ລາວ ຈະມີສິນຄ້າຫຼາຍປະເພດຊົມໃຊ້ລະດັບບຸລິມະສິດພາສີອາກອນພິເສດແມ່ນ 0% ຫຼື ເທົ່າເຄິ່ງໜຶ່ງ ດ້ວຍຫຼາຍກວ່າ 95% ປະເພດພາສີສິນຄ້າເມື່ອທຽບໃສ່ລະດັບພາສີໃນອາຊຽນ. ໃນຂະນະນັ້ນ, ສຳລັບສັນຍາການຄ້າຊາຍແດນຫວຽດນາມ - ລາວ, ບັນດາວິສາຫະກິດ 2 ປະເທດກໍໄດ້ຮັບບຸລິມະສິດສະເພາະພິເສດ. ໃນສະພາບປະຊາຄົມເສດຖະກິດອາຊຽນ ໄດ້ຮັບການສ້າງຕັ້ງ, ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ, ຖ້າຫາກບັນດາວິສາຫະກິດ 2 ປະເທດກຳແໜ້ນໄດ້ບັນດາທ່າແຮງເຊິ່ງສັນຍາ 2 ສະບັບດັ່ງກ່າວນຳມາໃຫ້ນັ້ນ ຈະປະກອບສ່ວນເພີ່ມທະວີການເຄື່ອນໄຫວດ້ານການຄ້າ 2 ຝ່າຍ, ພ້ອມທັງຈະຊ່ວຍໃຫ້ໂຄງປະກອບບັນດາປະເພດສິນຄ້າສົ່ງອອກ, ນຳເຂົ້າລະຫວ່າງ 2 ປະເທດໃຫ້ອຸດົມສົມບູນຂຶ້ນຕື່ມ. ທ່ານ ຫງວຽນເກີມຕູ໋ ໃຫ້ຮູ້ວ່າ.
“ສັນຍາການຄ້າ 2 ສະບັບນີ້ໄດ້ເປີິດເສັ້ນທາງໃຫ້ບັນດາສິນຄ້າໃໝ່ຫຼາຍປະເພດ ເຊິ່ງແຕ່ກ່ອນມາຮອດປະຈຸບັນພວມເຮົາຍັງບໍ່ທັນມີເງື່ອນໄຂເພື່ອສົ່ງອອກ, ນຳເຂົ້າຢ່າງສະດວກ. ຕົວຢ່າງຄື ກ່ອນໜ້ານີ້ບັນດາປະເພດສິນຄ້າໂດຍວິສາຫະກິດຫວຽດນາມ ລົງທຶນເຂົ້າລາວ ຜະລິດໂດຍກົງ ຫຼື ມອບໃຫ້ສ່ວນບຸກຄົນ ຫຼື ຄອບຄົວຊາວລາວ ຜະລິດ, ເມື່ອສົ່ງກັບເມື່ອຫວຽດນາມ ຈະບໍ່ໄດ້ຮັບບຸລິມະສິດດ້ານພາສີ ກໍຄືລະບຽບການ, ມາຮອດປະຈຸບັນແມ່ນໄດ້ຮັບບຸລິມະສິດດ້ານພາສີ ແລະ ລະບຽບການແລ້ວ, ສິ່ງນີ້ໄດ້ດຶງດູດແຫຼ່ງສິນຄ້າຈາກຫວຽດນາມ ເຂົ້າໄປລາວ ຢ່າງແຮງກວ່າ ແລະ ພ້ອມທັງຈະສ້າງແຫຼ່ງສິນຄ້າໃໝ່ ຍ້ອນວ່າ ຈະມີບັນດາປະເພດສິນຄ້າໃໝ່ຈະໄດ້ຮັບບຸລິມະສິດນີ້ເພື່ອຜະລິດຢູ່ລາວ, ແລ້ວສົ່ງກັບເມື່ອບໍລະໂພກຢູ່ຫວຽດນາມ”.
ທ່ານ ຫງວຽນເກີມຕູ ຢືນຢັນວ່າ, ກະຊວງອຸດສາຫະກຳການຄ້າຫວຽດນາມ ແລະ ລາວ ຍາມໃດກໍກ່ຽມພ້ອມຮ່ວມເດີນທາງກັບວິສາຫະກິດ 2 ປະເທດ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດທີ່ມີຢູ່ແລ້ວໃຫ້ເປັນຢ່າງດີ, ຜ່ານນັ້ນຊ່ວຍຍົກສູງການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນ 2 ຝ່າຍໃຫ້ທຽບເທົ່າກັບການພົວພັນດ້ານການເມືອງອັນດີງາມລະຫວ່າງ 2 ປະເທດ.