ສັນຍານອັນຕັ້ງໜ້າໃຫ້ແກ່ສັນຕິພາບຢູ່ຊີຣີ

ສັນຍານອັນຕັ້ງໜ້າໃຫ້ແກ່ສັນຕິພາບຢູ່ຊີຣີ  - ảnh 1

ສະພາຍບການ​ຢູ່​ຊີຣີ

(ພາບ:vov.vn)

(VOV)- ວັນ​ທີ 22/10, ປະທານາທິບໍດີ​ຊີຣີ Bashar al Assad ​ໄດ້ຍົກ​ອອກ​ປະຕິກິລິຍາ​ອັນຕັ້ງໜ້າທີ່​ມີຕໍ່​ຂໍ້ສະ​ເໜີ​ຢຸດ​ຍິງ​ໃນ​ໂອກາດ​ງານ​ບຸນ Eid al Adha ຂອງ​ຊາວ​ມຸດ​ສະ​ລິ​ມ ​ໂດຍ​ທ່ານ Brahimi ທູດ​ພິ​ເສດ​ລວມຂອງ ສປຊ ​ແລະ ສະຫະພາບ​ອາຣັບ ກ່ຽວ​ກັບ​ບັນຫາ​ຊີຣີ ຍົກ​ອອກ​ມາ. ທີ່​ການ​ພົບ​ປະ, ທ່ານ​ປະທານາທິບໍດີ​ຊີຣີ Bashar al Assad ຢືນຢັນ​ວ່າ​ພ້ອມ​ແລ້ວ​ທີ່​ຈະ​ເຂົ້າຮ່ວມ​ບັນດາ​ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ມາດ​ຕະການ​ດ້ານ​ການ​ເມືອງ​ໃຫ້​ແກ່​ປະຊາຊົນຊີຣີ, ອີງ​ບົນ​ພື້ນຖານ​ເຄົາລົບ​ອະທິປະ​ໄຕ​ຂອງ​ປະຊາຊົນ​ຊີຣີ, ປະຕິ​ເສດ​ການ​ແຊກ​ແຊງ​ຂອງ​​ຕ່າງປະ​ເທດ.

  ສປຊ ກໍ່​ພວມ​ກະກຽມ​ບັນດາ​ແຜນການ​ສຳຮອງ​ແຕກ​ຕ່າງ​ກັນ ​ເພື່ອ​ສົ່ງ​ກຳລັງ​ປົກ​ປັກ​ຮັກສາ​ສັນຕິພາບ​ໄປ​ຍັງ​ຊີຣີ ຄື​ດັ່ງ​ສ່ວນ​ໜື່ງ​ໃນ​ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່​ປະ​ເທດ​ນີ້. ກ່ອນ​ໜ້ານັ້ນ, ສປຊ ​ໃຫ້​ຮູ້​ວ່າ, ຖ້າ​ຄຳ​ສັ່ງ​ຢຸດ​ຍິງ​ຍາວ​ນນານ​ໄດ້​ຮັບ​ການ​ສ້າງຂຶ້ນ, ອາດ​ຈະ​ສົ່ງ​ທະຫານ​ປະມານ 3000 ຄົນ​ໄປ​ຍັງ​ຊີຣີ ​ເພື່ອ​ຮັກສາ​ຂໍ້​ຕົກລົງ​ຢຸດ​ຍິງ ​ແຕ່​ບໍ່​ກຳນົດ​ເວລາ​ລະ​ອຽດ​ເທື່ອ.

ຂ່າວ/ບົດ​ອື່ນ