ສັນຍາຢຸດຍິງ ຢູ່ ຊີຣີ ໄດ້ເລີ່ມມີ ຜົນສັກສິດ

ສັນຍາຢຸດຍິງ ຢູ່ ຊີຣີ ໄດ້ເລີ່ມມີ ຜົນສັກສິດ - ảnh 1
ກຳລັງທະຫານ ຊີຣີ
(ພາບ : Internet)


Vovworld- ສັນຍາ​ຢຸດ​ຍິງ​ຢູ່ ຊີຣີ​ໄດ້​ເລີ່​ມມີ​ຜົນ​ສັກສິດ​ນັບ​ແຕ່​ເວລາ 6 ​ໂມງ​ເຊົ້າ ( 3​ໂມງ GMT) ຂອງ​ວັນ​ທີ 12/4 ຕາມ​ຄຳ​ຂາດ​ໂດຍ​ທູດ​ພິ​ເສດ​ແຫ່ງ ສະຫະ​ປະຊາ​ຊາດ​ກ່ຽວ​ກັບ ຊີຣີ ​ແລະ ສັນນິບາດ​ອາຣັບ ທ່ານ Kofi Annan ນຳ​ສະ​ເໜີ, ​ແນ​ໃສ່​ຢຸດຕິ​ສະພາບ​ການ​​ໃຊ້​ຄວາມ​ຮຸ່ນ​ແຮງ​ທີ່​ໄດ້​ທຳລາຍ​ຊີວິດ​ນັບ​ພັນ​ຄົນ​ຢູ່ ຊີຣີ​ໃນ​ຕະຫຼອດ​ກວ່າ 1 ປີ​ທີ່​ຜ່ານ​ມາ. ອຳນາດ​ການ​ປົກຄອງ Damascus ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຢຸດຕິ​ທຸກໆ​ບັ້ນຮົບ​ໃນ​ຕອນ​ເຊົ້າວັນ​ທີ 12/4, ​ແຕ່​ກໍ​ກ່າວ​ເຕືອນ​ວ່າ ບັນດາ​ກຳລັງ​ລັດຖະບານ​ຈະ​ໂຕ້​ຕອບ​ບໍ່​ວ່າການ​ບຸກ​ໂຈມ​ຕີ​ແບ​ບກໍ່​ການ​ຮ້າຍ​ຂອງ​ບັນດາ​ກຸ່ມ​ຝ່າ​ຍຄ້ານ​ປະກອບ​ອາວຸດ. ​ໃນ​ຂະນະ​ນັ້ນ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝະລັ່ງ Alain Juppe ​ໄດ້​ຖະ​ແຫຼ​ງວ່າ ປາຣີມີ​ຄວາມ​ຫວັງ​ໃຫ້​ນັກສັງ​ເກດ​ການ​ຂອງ ສະຫະ​ປະຊາ​ຊາດ ​ໄປຕິດຕາມ​ກວດກາ​ສັນຍາ​ຢຸດ​ຍິງ​ນີ້ ​ເພື່ອ​ຮັບປະກັນ​ໃຫ້​ທຸ​ຫໆ​ຝ່າຍ​ເຄົາລົບ​ຕໍ່​ແຜນການ​ສັນຕິພາບ​ຂອງ ທູດ​ພິ​ເສດ​ແຫ່ງ ສະຫະ​ປະຊາ​ຊາດ​ກ່ຽວ​ກັບ ຊີຣີ ​ແລະ ສັນນິບາດ​ອາຣັບ ທ່ານ Kofi Annan.

ຂ່າວ/ບົດ​ອື່ນ