ງານຕະຫລາດນັດກະສິກຳສາກົນປີ 2012
ພາບ:diendandautu.vn
|
(vovworld) - ຕອນບ່າຍວັນທີ 21/11, ງານຕະຫລາດນັດກະສິກຳສາກົນປີ 2012 ຢູ່ ນະຄອນ ເກີນເທີ ໄດ້ອັດລົງ. ໃນເວລາ 7 ວັນດຳເນີນງານຕະຫລາດນັດດັ່ງກ່າວ, ມີສັນຍາເສດຖະກິດ 756 ສະບັບໄດ້ຮັບການລົງນາມດ້ວຍ ມູນຄ່າ 170 ຕື້ດົ່ງ, ໃນນັ້ນ ສ່ວນຫລາຍແມ່ນສັນຍາຖ່າຍທອດເຕັກໂນໂລຊີ, ສະຫນອງກົນຈັກ. ພາຍຫລັງງານຕະຫລາດນັດ ມີວິສາຫະກິດນັບສິບແຫ່ງໄດ້ຮັບໃບຊັ່ງຊື້ສິນຄ້າ ລວມມູນຄ່າສີບຕື້ດົ່ງ. ທີ່ງານຕະຫລາດນັດຄັ້ງນີ້, ສະຖາບັນຄົ້ນຄ້ວາເຂົ້ານາທາມເຂດທົ່ງພຽງແມ່ນ້ຳຂອງ, ພະແນກກະສິກຳ ແລະ ນຳໃຊ້ຊີວະຊາດ ສັງກັດມະຫາວິທະຍາໄລເກີນເທີ, ສູນສົ່ງເສີມວຽກເຮັດງານທຳ ເກີນເທີ ໄດ້ແນະນຳໃຫ້ປະຊາຊົນກ່ຽວກັບຂັ້ນຕອນປູກ, ເກັບກ່ຽວ, ການຮັກສາພາຍຫລັງການເກັບກ່ຽວ, ວິທີສຳພັດ ແລະ ປະຕິບັດຂັ້ນຕອນທີ່ຈຳເປັນເພື່ອໄດ້ຮັບ “ໃບຢັ້ງຢືນກ່ຽວກັບຫລັກອະນາໄມດ້ານສະບຽງອາຫານ” ລະດັບສາກົນ; ບັນດາຄວາມຮຽກຮ້ອງຕ້ອງການປະຈຸບັນຂອງຕະຫລາດແຮງງານ. ໃນງານຕະຫລາດນັດດັ່ງກ່າວ, ບັນດາຊາວກະສິກອນເຂດທົ່ງພຽງແມ່ນ້ຳຂອງ ໄດ້ແນະນຳໝາກຜົນແຫ່ງການປະດິດສ້າງເຕັກນິກໃນການຍົກສູງສະມັດຕະພາບແຫ່ງການຜະລິດກະສິກຳ.