ສິ້ນສຸດການພົບປະຂັ້ນສຸດຍອດ ອາເມລິກາ - ຈີນ

ສິ້ນສຸດການພົບປະຂັ້ນສຸດຍອດ ອາເມລິກາ - ຈີນ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ປະທານ​ປະ​ເທດ ຈີນ ສຶຈິ້ນ​ຜິ​ງ
(ພາບ: news.cn.)

(vovworld) – ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ປະທານ​ປະ​ເທດ ຈີນ ສຶຈິ້ນ​ຜິ​ງ ​ໄດ້​ສິ້ນ​ສຸດ​ການ​ພົບ​ປະຂັ້ນສຸ​ດຍອດ​ດ້ວຍ​ເລື່ອງ​ຮັບ​ຮູ້​ວ່າ: ​ເຖິງ​ວ່າ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ຂົງ​ເຂດ​ຈຳນວນ​ໜຶ່ງກໍ່ຕາມ, ​ແຕ່ 2 ປະ​ເທດ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແນ​ໃສ່​ສ້າງ “ສາຍ​ພົວພັນ​ລະຫວ່າງປະ​ເທດ​ມະຫາ​ອຳນາດ​ແບບ​ໃໝ່”. ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ຮ່ວມ​ເມື່ອ​ສິ້ນ​ສຸດ​ການ​ເຈລະຈາ​ເປັນ​ເວລາ 2 ວັນ (7 – 8/6), ທ່ານ​ປະທານາທິບໍດີ Obama ຖື​ວ່າ: ຈີນ​ສືບຕໍ່​ເສັ້ນທາງ​ສຳ​ເລັດ​ຜົນ​ແມ່ນ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່ ອາ​ເມ​ລິ​ກາ ​ເພາະວ່າ ປະ​ເທດ ຈີນ ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ “ບໍ່​ພຽງ​ແຕ່​ແມ່ນ​ເລື່ອງ​ດີ​ສຳລັບ ປະຊາຊົນ ຈີນ ​ເທົ່າ​ນັ້ນ​ຫາກຍັງ​ແມ່ນ​ເລື່ອງ​ດີ​ສຳລັບ​ທັງ ອາ​ເມ​ລິ​ກາ ​ແລະ ​ໂລກ ອີກ​ດ້ວຍ”. ທ່ານ​ປະທານ​ປະ​ເທດ ຈີນ ສຶຈິ້ນ​ຜິ​ງ ​ໃຫ້​ຮູ້​ວ່າ: ການ​ພົບ​ປະ​ຢູ່ California ​ໃນ​ເວລາ 2 ມື້​ຜ່ານ​ມາ​ແມ່ນ​ເພື່ອ​ກຳນົດ​ທິດ​ໃຫ້​ແກ່​ອະນາຄົດ​ຂອງ​ການ​ພົວພັນ ຈີນ - ອາ​ເມ​ລິ​ກາ ​ແລະ ສ້າງ​ແຜນການ​ເພື່ອ​ແນ​ໃສ່​ພັດທະນາ​ສາຍ​ພົວພັນ​ນີ້. ກ່ຽວ​ກັບ​ຮູບ​ແບບ​ການ​ພົວພັນ, ທ່ານ​ປະທານ​ປະ​ເທດ ສຶຈິ້ນ​ຜິ​ງ ​ໃຫ້​ຮູ້​ວ່າ: ທ່ານ ​ແລະ ທ່ານ​ປະທານາທິບໍດີ Obama ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຖື​ວ່າ: ​ໃນ​ໄລຍະ​ຫັນ​ເປັນ​​ໂລກາ​ພະ​ວັດ ​ແລະ ຕໍ່ໜ້າ​ຄວາມ​ຮຽກຮ້ອງ​​ໂດຍພາວະ​ວິ​ໄສ​ຂອງ​ແຕ່ລະ​ປະ​ເທດ, ອາ​ເມ​ລິ​ກາ ​ແລະ ຈີນ ຄວນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ແກ້​ໄຂ​ບັນດາ​ການ​ທ້າ​ທາຍ ​ແລະ ຄວາມ​ຫຍຸ້ງ​ຍາກ​ລວມ. ທ່ານ​ປະທານ​ປະ​ເທດ ສຶຈິ້ນ​ຜິ​ງ​ແລະ ທ່ານ​ປະທານາທິບໍດີ Obama ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເປີດ​ກ້ວາງ​ບັນດາ​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ ປະຊາຊົນ ​ແລະ ຮັກສາ​ການ​ຕິດ​ຕໍ່​ພົວພັນ​ເປັນ​ປະຈຳ, ຊຸກຍູ້​ບັນດາ​ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ຍຸດ​ທະ​ສາດ ​ແລະ ​ເສດ​ຖະກິດ. ສ່ວນ​ທ່ານ​ປະທານາທິບໍດີ Obama ​ໃຫ້​ຮູ້​ວ່າ: 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີບັນດາ​ການ​ຢ້ຽມຢາມ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ, ສິ່ງ​ແວດ​ລ້ອມ, ສົມທົບ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ ​ແລະ ຮ່ວມ​ມື​ແກ້​ໄຂ​ບັນດາ​ການ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ຂ້າມ​ຊາດ. ກ່ຽວ​ກັບ​ບັນຫາ​ຄວາມ​ໝັ້ນຄົງ​ທາງ​ເຄືອ​ຂ່າຍ ອິນ​ເຕີ​ເນັດ, ທ່ານ​ປະທານາທິບໍດີ Obama ​ໃຫ້​ຮູ້​ວ່າ: 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຖື​ວ່າ​ນີ້​ແມ່ນ​ບັນຫາ​ໜຶ່ງ​ທີ່​ນັບ​ມື້​ນັບ​ສຳຄັນ​ໃນ​ການ​ພົວພັນ 2 ຝ່າຍ, ​ໃນ​ເດືອນ 7 ຈະ​ມາ​ເຖິງ, ກຸ່ມ​ເຮັດ​ວຽກ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ທາງ​ເຄື​ອຂ່າຍ ອິນ​ເຕີ​ເນັດ​ເຊິ່ງ 2 ຝ່າຍ​ເຫັນ​ດີ​ສ້າງ​ຕັ້ງ​ຈະ​ຈັດ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ.

 

ຂ່າວ/ບົດ​ອື່ນ