ສິ້ນສຸດການເຈລະຈາFTAຫວຽດນາມ-ສ.ເກົາຫຼີຮອບທີ5
ປະທານາທິບໍດີ ສ. ເກົາຫຼີ ຢ້ຽມຢາມ ບໍລິສັດ Hansae ຫວຽດນາມ ຈຳກັດ ໃນເຂດອຸດສາຫະກຳ ຢູ່ເມືອງ ກູ໋ຈີ (ນະຄອນ ໂຮ່ຈີມິນ)
(ພາບ: Thanh Vũ – TTXVN)
(vovworld) – ໃນລະຫວ່າງວັນທີ 20 – 23/5, ຢູ່ນະຄອນຫຼວງ ເຊີອູນ, ປະເທດ ສ. ເກົາຫຼີ, ໄດ້ດຳເນີນຮອບເຈລະຈາທີ 5 ກ່ຽວກັບສັນຍາການຄ້າເສລີ (FTA) ຫວຽດນາມ - ສ. ເກົາຫຼີ. ທີ່ຮອບເຈລະຈາຄັ້ງນີ້, 2 ຝ່າຍບັນລຸໄດ້ຄວາມກ້າວໜ້າໃນຫຼາຍຂົງເຂດຄື: ພາສີອາກອນ, ຫຼັກການຜະລິດ, ການບໍລິການ, ການລົງທຶນ, ນິຕິກຳ ແລະ ລະບອບ, ປ້ອງກັນດ້ານການຄ້າ, ບັນດາມາດຕະການກວດກາສັດ - ພຶດ (SPS), ບັນດາມາດຕະການເຕັກນິກ (TBT), ການຮ່ວມມືເສດຖະກິດ... ຄະນະເຈລະຈາ ຫວຽດນາມ ສືບຕໍ່ເຂົ້າຮ່ວມການປຶກສາຫາລືບາງເນື້ອໃນຄື: ການແກງແຍ້ງ, ການຄ້າເອເລັກໂຕນິກ ແລະ ຊັບສິນທາງປັນຍາພາຍໃຕ້ຮູບແບບກຸ່ມນັກຊ່ຽວຊານ. ກ່ຽວກັບການເປີດຕະຫຼາດການຄ້າ, ຫວຽດນາມ ສືບຕໍ່ສະເໜີໃຫ້ຝ່າຍ ສ. ເກົາຫຼີ ພິຈາລະນາບັນດາຜະລິດຕະພັນ ຫວຽດນາມ ທີ່ມີທ່າແຮງ ແລະ ຜົນປະໂຫຍດໃນການສົ່ງອອກຄື: ສິນໃນນ້ຳ, ຜະລິດຕະພັນກະເສດຢ່າງສົມເຫດສົມຜົນ. ແລະ ຫວຽດນາມ ກໍ່ຈະພິຈາລະນາບັນດາຜົນປະໂຫຍດໃນການສົ່ງອອກຂອງ ສ. ເກົາຫຼີ ແລະ ປັບປຸງຄຳໝັ້ນສັນຍາເມື່ອທຽບໃສ່ FTA ອາຊຽນ - ສ. ເກົາຫຼີ. 2 ຝ່າຍຢັ້ງຢືນຄືນຄວາມຕັດສິນໃຈ, ບຸລິມະສິດແຫຼ່ງກຳລັງເພື່ອສູ້ຊົນສິ້ນສຸດການເຈລະຈາໃນປີ 2014. ຄາດວ່າ, ຮອບເຈລະຈາທີ 6 ຈະໄດ້ຮັບການຈັດຕັ້ງຢູ່ ຫວຽດນາມ ໃນກາງເດືອນ 7 ຈະມາເຖິງ.