(vovworld) - ຕອນບ່າຍວັນທີ 17 ກັນຍາ, ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ປະທານແນວໂຮມປະເທດຊາດຫວຽດນາມ ໄດ້ມີການພົບປະ ແລະ ແລກປ່ຽນກັບທ່ານ Alexander Pogalko ຜູ້ຮັກສາການກະຊວງສຶກສາ ແລະ ວິທະຍາສາດສະຫະພັນລັດເຊຍ. ທ່ານ Alexander Pogalko ຊົມເຊີຍຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ນຳໜ້າມາຢ້ຽມຢາມລັດເຊຍ ແລະ ມີບັນດາການເຄື່ອນໄຫວຢ່າງແທດຈິງເປັນເວລາ 3 ວັນດ້ວຍຜົນງານທີ່ໄດ້ຮັບແມ່ນໜ້າສົ່ງເສີມ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືຍຸດທະສາດໃນຂົງເຂດການສຶກສາ, ບຳລຸງສ້າງ, ຄົ້ນຄວ້າ, ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ໃນໄລຍະຈະມາເຖິງ. ສ່ວນທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໄດ້ຢືນຢັນບົດບາດທີ່ໃຫຍ່ຫຼວງຂອງໂຊຫວຽດເກົ່າ ແລະ ສະຫະພັນລັດເຊຍ ໃນປະຈຸບັນ ໃນວຽກງານບຳລຸງສ້າງຖັນແຖວພະນັກງານທີ່ມີລະດັບຄວາມຮູ້ສູງໃນທຸກຂົງເຂດ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ແນະນຳສະພາບການສຶກສາ, ບຳລຸງສ້າງຢູ່ຫວຽດນາມ ແລະ ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບສາກົນໃນຂົງເຂດນີ້.
“ການສຶກສາຢູ່ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ ແຕ່ຍັງອ່ອນດ້ອຍຢູ່. ຍ້ອນວິວັດການປະຫວັດສາດປະໄວ້ ສະນັ້ນ ປະຈຸບັນໃນຈຳນວນຄົນງານທຳມະດານັ້ນ, ຜູ້ທີ່ໄດ້ຮັບການບຳລຸງສ້າງກວມ 50% ແລະ ໃນນັ້ນຜູ້ທີ່ໄດ້ຮັບການບຳລຸງສ້າງລະດັບມະຫາວິທະຍາໄລມີພຽງ 10% ເທົ່ານັ້ນ. ສ່ວນ 50% ແມ່ນບໍ່ທັນມີໃບປະກາດ, ຈຳເປັນຕ້ອງໄດ້ຮັບການບຳລຸງສ້າງຄືນໃໝ່. ກ່ຽວກັບຄຸນນະພາບຂອງຄູ່ອາຈານ ຢູ່ລະດັບສາມັນສຶກສາເບິ່ງລວມແລ້ວແມ່ນຕອບສະໜອງໄດ້, ສ່ວນຢູ່ລະດັບມະຫາວິທະຍາໄລແມ່ນບໍ່ທັນຕອບສະໜອງໄດ້. ເພາະສະນັ້ນ, ພວກຂ້າພະເຈົ້າມີໂຄງການໃນໄລຍະ 2010 ຮອດ 2020 ສົ່ງພະນັກງານໄປຮຽນຢູ່ຕ່າງປະເທດເພື່ອຍົກສູງລະດັບດ້ານພາສາຕ່າງປະເທດ, ຍົກສູງລະດັບດ້ານມະຫາວິທະຍາໄລ”.