ມີເພື່ອນມິດສາກົນຫຼາຍຄົນກໍ່ມາຖະຫວາຍທູບທຽນ, ອາໄລຫາພົນເອກ ຫວໍງວຽນຢາບ
(vovworld) – ໃນລະຫວ່າງວັນທີ 14-15/10, ຄະນະຊາວຫວຽດນາມ, ເພື່ອນມິດຝລັ່ງ ແລະ ອົງການຕາງໜ້າປະເທດຕ່າງໆຫຼາຍຄະນະ ສືບຕໍ່ມາສະຖານທູດຫວຽດນາມປະຈຳຝລັ່ງ ເພື່ອຖະຫວາຍທູບທຽນ, ອາໄລຫາພົນເອກ ຫວໍງວຽນຢາບ. ໃນນັ້ນມີຄະນະຜູ້ແທນນະຄອນ Choisy – le – roi, ແຫ່ງທີ່ຄະນະຜູ້ແທນ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນຄະນະເຈລະຈາສັນຍາປາຮີ ຢູ່ເຮັດວຽກເປັນເວລາ 5 ປີ. ເມື່ອຕອບສຳພາດນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ, ທ່ານ Danniel Davisse, ເຈົ້າຄອງນະຄອນ Choisy – le – roi ໄດ້ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:
“ເມື່ອພວກຂ້າພະເຈົ້າໄດ້ຮັບຂ່າວພົນເອກ ຫວໍງວຽນຢາບ ເຖິງແກ່ມໍລະນະກຳ, ພວກຂ້າພະເຈົ້າຮູ້ສຶກໂສກເສົ້າຫຼາຍ. ນະຄອນຂອງພວກຂ້າພະເຈົ້າເຄີຍຮຽງບ່າຮຽງໄຫຼ່ກັບຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ, ອິດສະລະພາບ, ທ້ອນໂຮມປະເທດເປັນເອກະພາບ. ປະຫວັດສາດຂອງມວນມະນຸດຈະຈົດຈຳພົນເອກ ຫວໍງວຽນຢາບ ດ້ວຍຄວາມປີຊາສາມາດ ແລະ ບຸກຄະລິກຂອງທ່ານຕະຫຼອດໄປ ເພື່ອໃຫ້ລຸ້ນຕໍ່ໆໄປຮຳ່ຮຽນເອົາ“.
ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ເພື່ອນໜຸ່ມຫວຽດນາມຢູ່ຝລັ່ງ ຫຼາຍຄົນ ໄດ້ສະແດງຄວາມຕັດສິນໃຈຈະຮຳ່ຮຽນ, ສູ້ຊົນຕາມແບບຢ່າງຂອງພົນເອກ ຫວໍງວຽນຢາບ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃນປະຈຸບັນ.