ຜູ້ໂດຍສານ 253 ຄົນ ພວມຖືກຫາຍສາບສູນໃນອຸປະຕິເຫດ
ພາບ:internet
|
(vovworld)- ພາຍຫລັງ 5 ມື້ທີ່ເຮືອບັກ Seawol ສອງ ສເກົາຫລີຖືກຈົມນ້ຳຢູ່ເຂດທະເລທາງທິດຕາເວັນຕົກສຽ່ງໃຕ້ຂອງປະເທດນີ້ ຄວາມຫວັງຊອກເຫັນບັນດາຜູ້ຖືກຫາຍສາບສູນພວມຄ່ອຍໆຫລຸດນ້ອຍຖອຍລົງ. ກຳລັງກູ້ໄພກູ້ຊີບ ໄດ້ຊອກເຫັນ 49 ຊາກສົບ ໃນຂະນະທີ່ ຜູ້ໂດຍສານອື່ນ 253 ຄົນ ພວມຖືກຫາຍສາບສູນ. ບັນດາເຈົ້າຫນ້າທີ່ໃຫ້ຮູ້ວ່າ: ຕອນຄຳ່ວັນທີ 18/4, ບັນດານັກດຳນ້ຳໄດ້ເຂົ້າເບື້ອງໃນຂອງເຮືອບັກລຳດັ່ງກ່າວ ແລະ ຊອກເຫັນຕື່ມອີກ 16 ຊາກສົບ. ກຳລັງກູ້ໄພກູ້ຊີບ ພວມສຸມໃສ່ຊອກຫາຜູ້ໂດຍສານທີ່ພວມຖືກຕິດຄ້າງໃນເຮືອບັກລຳນີ້, ແຕ່ຄື້ນທະເລຮ້າຍແຮງໄດ້ກໍ່ຜົນສະທ້ອນເຖິງການເຄື່ອນໄຫວກູ້ໄພກູ້ຊີບ. ປະຈຸບັນ ມີນັກດຳນ້ຳປະມານ 500 ຄົນ ພ້ອມກັບກຳປັ່ນກູ້ໄພກູ້ຊີບ 204 ລຳ ແລະ ເຮືອບິນເອລີກອບແຕ 34 ລຳພວມເຄື່ອນໄຫວຊອກຫາບັນດາຜູ້ຖືກຫາຍສາບສູນ. ວັນທີ 18/4, ກັບຕັນ ແລະ ລູກເຮືອ 2 ຄົນຂອງເຮືອບັກດັ່ງກ່າວ ຖືກຈັບຕົວ ຍ້ອນລະເລີຍໃນການປະຕິບັດຫນ້າທີ່ ແລະ ລະເມີດກົດໝາຍການເດີນທະເລ.
ກ່ຽວຂ້ອງເຖິງອຸປະຕິເຫດດັ່ງກ່າວ, ວັນທີ 18/4, ສະຖານທູດຫວຽດນາມ ປະຈຳ ສເກົາຫລີ ໄດ້ຮັບຮູ້ວ່າ: ມີຊາວຫວຽດນາມ ຜູ້ຫນຶ່ງນອນໃນຈຳນວນຜູ້ຖືກຫາຍສາບສູນ ພາຍຫລັງທີ່ມີເດັກຍິງຄົນຫນຶ່ງ ມີຊື່ວ່າ: Kwon Ji yeon, ອາຍຸ 5 ປີ, ຜູ້ໂດຍສານອາຍຸນ້ອຍສຸດໄດ້ກູ້ເອົາຊີວິດ. ເດັກຍິງຄົນນີ້ ແມ່ນລູກຂອງຄອບຄົວທີ່ມີແມ່ເປັນຊາວຫວຽດນາມ ມີຊື່ວ່າ ຟານງອກແທງ, ບ້ານເກີດເມືອງນອນຢູ່ແຂວງ ກາເມົາ, ພໍ່ເປັນຊາວ ສເກົາຫລີ. ປະຈຸບັນ ອົງການກົງສູນຫວຽດນາມປະຈຳ ສເກົາຫລີ ໄດ້ສົ່ງພະນັກງານລົງບ່ອນເກີດອຸປະຕິເຫດເພື່ອກຳສະພາບການ, ຫນູນຊ່ວຍໃຫ້ຄອບຄົວເອື້ອຍ ຟານງອກແທງ ພ້ອມທັງສົມທົບກັບກະຊວງການຕ່າງປະເທດ, ກະຊວງຄອບຄົວ ແລະ ຄວາມສະເຫມີພາບລະຫວ່າງຍິງຊາຍ, ອົງການຕຳຫລວດປ້ອງກັນທະເລຂອງ ສເກົາຫລີ ເພື່ອສືບຕໍ່ແກ້ໄຂກໍລະນີດັ່ງກ່າວ.