(vovworld) - ເນື່ອງໃນໂອກາດປີໃໝ່ 2017, ທ່ານປະທານປະເທດ ເຈີນດ້າຍກວາງ, ໄດ້ແບ່ງປັນກັບສື່ມວນຊົນບັນດາການຕີລາຄາກ່ຽວກັບຜົນງານໃນວິວັດການພັດທະນາເສດຖະກິດ, ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນ, ບັນດາຂໍ້ສັງເກດກ່ຽວກັບກາລະໂອກາດ, ສິ່ງທ້າທາຍສຳລັບປະເທດຊາດ. ທ່ານປະທານປະເທດສະແດງຄວາມເຊື່ອໝັ້ນຕໍ່ຄວາມເປັນຈິດໜຶ່ງໃຈດຽວ, ຄວາມຕັດສິນໃຈຂອງທົ່ວຊາດ, ຂອງທັງລະບົບການເມືອງໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດໃນໄລຍະທາງຕໍ່ໜ້າ.
ຕີລາຄາກ່ຽວກັບບັນດາຜົນງານຂອງປະເທດຊາດໃນປີ 2016, ທ່ານປະທານປະເທດ ເຈີນດ້າຍກວາງ ໃຫ້ຮູ້ວ່າ, ນີ້ເປັນປີທຳອິດຫວຽດນາມ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ. ໃນສະພາບເສດຖະກິດໂລກຟື້ນຟູຢ່າງຊັກຊ້າ, ມີການຜັນແປສັບສົນຫຼາຍຢ່າງ, ພື້ນຖານເສດຖະກິດຫວຽດນາມ ໄດ້ຜ່ານຜ່າບັນດາຄວາມຫຍຸ້ງຍາກທີ່ໃຫຍ່ຫຼວງ; ການຮັບປະກັນຊີວິດສັງຄົມໄດ້ຮັບຄວາມເອົາໃຈຫຼາຍກ່ວາ; ຫວຽດນາມ ໄດ້ຕັດສິນໃຈ, ຢືດໝັ້ນຕໍ່ສູ້ເພື່ອປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ຮັກສາສັນຕິພາບ, ສະຖຽນລະພາບໄວ້ຢ່າງໝັ້ນຄົງ; ການພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ມີປະສິດທິຜົນ ປະກອບສ່ວນຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງຂອງຫວຽດນາມ ບົນເວທີສາກົນ.
ເມື່ອຕີລາຄາກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ທ່ານປະທານປະເທດຢືນຢັນວ່າ, ພັກ, ລັດ ກຳນົດວ່າ ສືບຕໍ່ສຸມໃສ່ຊີ້ນຳ, ນຳພາ, ການຊີ້ນຳເປັນປະຈຳ, ຕໍ່ເນື່ອງ, ລະດົມກຳລັງແຮງຂອງທັງລະບົບການເມືອງ, ຂອງປະຊາຊົນທຸກຊັ້ນວັນນະ, ຍົກສູງຈິດໃຈເຄົາລົບກົດໝາຍໃນການຕໍ່ສູ້, ປ້ອງກັນ, ຕ້ານການຟຸມເຟືອຍ ທີ່ຫຍຸ້ງຍາກ. ຕີລາຄາກ່ຽວກັບບັນດາຜົນການພົວພັນກັບຕ່າງປະເທດຂອງປະເທດຊາດໃນປີ 2016, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຢືນຢັນອີກເທື່ອໜຶ່ງກ່ຽວກັບແຜນນະໂຍບາຍສືບຕໍ່ປະຕິບັດແນວທາງການຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ, ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ…
ທ່ານປະທານປະເທດປາດຖະໜາວ່າ, ປະຊາຊົນໃນທົ່ວປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມານະພະຍາຍາມໃນຖານະຕຳແໜ່ງຂອງຕົນເພື່ອປະຕິບັດບັນດາຄາດໝາຍທີ່ໄດ້ວາງອອກຢ່າງມີໄຊ; ສາມັກຄີ, ສູ້ຊົນເພື່ອເຮັດໃຫ້ປະເທດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ.